ກອງປະຊຸມຜູ້ແທນລະດັບສູງວຽກງານຄວາມໝັ້ນຄົງແຫ່ງຊາດຂອງບັນດາປະ ເທດບຣິກສຄັ້ງທີ 12 ໄດ້ກ້າວເຖິງຂັ້ນມີຄວາມເຫັນເປັນເອກະພາບກັນຫຼາຍຢ່າງ

2022-06-16 11:56:25 cri



ວັນທີ 15 ມິຖຸນານີ້,ຢູ່ນະຄອນຫຼວງປັກກິ່ງ,ທ່ານຢາງເຈສື ກຳມະການ ກົມການເມືອງສູນກາງພັກຄອມມູນິດຈີນ ຫົວໜ້າຫ້ອງການຄະນະກຳມະການວຽກງານຕ່າງປະເທດສູນກາງຈີນໄດ້ເປັນປະທານກອງປະຊຸມຜູ້ແທນລະດັບສູງວຽກງານຄວາມໝັ້ນຄົງແຫ່ງຊາດຂອງບັນດາປະເທດບຣິກສຄັ້ງທີ 12 ຜ່ານຮູບແບບວີດີໂອໂດຍທ່ານໄດ້ກ່າວເນັ້ນໜັກວ່າ,ບັນດາປະເທດບຣິກສໄດ້ຍຶດໝັ້ນຈິດໃຈບຣິກສທີ່ວ່າ “ເປີດປະຕູສູ່ພາຍນອກ ມີສ່ວນຮ່ວມ ຮ່ວມມື ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ”ມາໂດຍຕະຫຼອດ,ເດັດດ່ຽວປົກປັກຮັກສາຜົນປະໂຫຍດຮ່ວມຂອງປະເທດພວມພັດທະນາຈຳນວນຫຼວງຫຼາຍ,ແລະຈະປະຕິບັດຕາມການຊີ້ນຳທາງການເມືອງຂອງຜູ້ນຳ 5 ປະເທດເພື່ອເຮັດວຽກກະກຽມຕ່າງໆໃຫ້ດີໃຫ້ແກ່ການພົບປະຄັ້ທີ 14 ຂອງຜູ້ນຳບັນດາປະເທດບຣິກສທີ່ຈະຈັດຂຶ້ນໃນໄວໆນີ້.


ທ່ານຢາງເຈສືກ່າວເນັ້ນໜັກວ່າ,ບັນດາປະເທດບຣິກສຕ້ອງໄປຕາມກະແສ ນິຍົມແຫ່ງຍຸກສະໄໝ,ອີງຕາມການປ່ຽນແປງຂອງຍຸກສະໄໝ,ເພີ່ມຄວາມໝັ້ນຄົງແລະພະລັງທາງບວກຫຼາຍກວ່າເກົ່າເຂົ້າໃນສະຖານະການສາກົນທີ່ປັ່ນປ່ວນ.ຕ້ອງປະຕິບັດຕາມລັດທິຫຼາຍຝ່າຍທີ່ແທ້ຈິງ,ພະຍາຍາມບັນລຸຄວາມໝັ້ນຄົງຮ່ວມ;ຕ້ອງປະສານງານການຮັບມືກັບໄພຂົ່ມຂູ່ແບບເກົ່າແລະແບບໃໝ່ໃຫ້ເປັນເອກະພາບກັນ,ພະຍາຍາມບັນລຸຄວາມໝັ້ນຄົງກວມລວມ;ຄວນສົ່ງເສີມການຮ່ວມທຸກຮ່ວມສຸກນຳກັນ,ພະຍາຍາມບັນລຸຄວາມໝັ້ນຄົງດ້ານການຮ່ວມມື;ຄວນປະສານງານລະຫວ່າງຄວາມໝັ້ນຄົງແລະການພັດທະນາ,ພະຍາຍາມບັນລຸຄວາມໝັ້ນຄົງແບບຍືນຍົງ.


    ຝ່າຍຕ່າງໆໄດ້ລົງເລິກແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບບັນຫາສຳຄັນຕ່າງໆ,ເປັນຕົ້ນແມ່ນການເພີ່ມທະວີລັດທິຫຼາຍຝ່າຍແລະການຄຸ້ມຄອງໂລກ,ການຮັບມືກັບໄພຂົ່ມຂູ່ໃໝ່ແລະສິ່ງທ້າທາຍໃໝ່ດ້ານຄວາມໝັ້ນຄົງແຫ່ງຊາດ,ການເພີ່ມທະວີແລະປັບປຸງການຄຸ້ມຄອງເຂດແຄວ້ນໃໝ່ໃຫ້ສົມບູນ ແລະອື່ນໆ,ພ້ອມທັງໄດ້ ກ້າວເຖິງຂັ້ນມີຄວາມເຫັນຕ່າງໆທີ່ເປັນເອກະພາບກັນ. ຝ່າຍຕ່າງໆເປັນເອກະພາບກັນວ່າ:ຍິນດີຊຸກຍູ້ການພົບປະຄັ້ງທີ 14 ຂອງຜູ້ນຳບັນດາປະເທດບຣິກສໃຫ້ໄດ້ ຮັບໝາກຜົນທີ່ອຸດົມສົມບູນ.