ເຜີຍແຜ່ “ປື້ມປົກສີຟ້າວ່າດ້ວຍການປົກຄອງຕາມກົດໝາຍປີ 2022: ບົດລາຍງານກ່ຽວກັບການພັດທະນາການປົກຄອງຕາມກົດໝາຍຂອງຈີນ”

2022-06-16 16:10:42 cri


ວັນທີ 16 ມິຖຸນານີ້, ສະຖາບັນຄົ້ນຄວ້ານິຕິສາດຂອງສະພາບັນດິດວິທະຍາສາດສັງຄົມຈີນແລະສຳນັກພິມຈຳໜ່າຍປື້ມວິທະຍາສາດສັງຄົມຈີນໄດ້ເຜີຍແຜ່ “ປື້ມປົກສີຟ້າວ່າດ້ວຍການປົກຄອງຕາມກົດໝາຍປີ 2022: ບົດລາຍງານກ່ຽວກັບການພັດທະນາການປົກຄອງຕາມກົດໝາຍຂອງຈີນ” ຢູ່ນະຄອນຫຼວງປັກກິ່ງ ໂດຍມີເນື້ອໃນລະບຸວ່າ: ປີ 2021, ແມ່ນປີທຳອິດທີ່ຈີນປະຕິບັດຕາມ “ແຜນການສ້າງສາປະເທດຈີນທີ່ປົກຄອງຕາມກົດໝາຍ”, ການອອກແບບລວມຈາກລະດັບສູງສຸດກ່ຽວກັບໂຄງປະກອບການປົກຄອງປະເທດຕາມກົດໝາຍຢ່າງຮອບດ້ານໄດ້ສຳເລັດຜົນ, ການສ້າງສາການປົກຄອງຕາມກົດໝາຍໄດ້ກ້າວເຂົ້າສູ່ໄລຍະການພັດທະນາຄັ້ງປະຫວັດສາດໃໝ່.

ປີ 2021, ຈີນໄດ້ຖືປະຊາຊົນເປັນໃຈກາງ, ຊຸກຍູ້ການສ້າງກົດໝາຍໃນຂົງເຂດພັດທະນາໃໝ່ແລະສຳຄັນ ເຊັ່ນ: ຄວາມໝັ້ນຄົງແຫ່ງຊາດ, ສາທາລະນະສຸກ ແລະການຄຸ້ມຄອງວຽກງານຕ່າງປະເທດຕາມກົດໝາຍ, ໄດ້ສ້າງກົດໝາຍທັງໝົດ 17 ສະບັບ, ຫຼາຍກວ່າ ປີ 2020 ເຖິງ 7 ສະບັບ, ໄດ້ດັດແກ້ກົດໝາຍ 26 ສະບັບ, ຫຼາຍກວ່າປີ 2020 ເຖິງ 15 ສະບັບ. ການສ້າງກົດໝາຍແລະດັດແກ້ກົດໝາຍຢ່າງມີຂົງເຂດທີ່ກວ້າງຂວາງ ແລະມີຈຳນວນຫຼວງຫຼາຍ ໄດ້ເປັນຂີດໝາຍສະແດງໃຫ້ເຫັນວ່າ: ວຽກງານນິຕິບັນຍັດຂອງຈີນໄດ້ກ້າວເຂົ້າສູ່ໄລຍະໃໝ່ແຫ່ງການພັດທະນາໄວຂຶ້ນ.