ຜູ້ຕາງໜ້າຈີນທວງໃຫ້ອາເມຣິກາຊົດເຊີຍຜົນການທຳຮ້າຍປະຊາຊົນອັຟການິສະຖານດ້ວຍການກະທຳຕົວຈິງ

2022-06-17 14:24:41 cri


ໃນເວລາກອງປະຊຸມຄັ້ງທີ 50 ຂອງສະພາສິດທິມະນຸດອົງການສະຫະປະຊາ ຊາດປຶກສາຫາລືບັນຫາອັຟການິສະຖານໃນວັນທີ 16 ມິຖຸນານີ້,ຜູ້ຕາງໜ້າຈີນໄດ້ປະກອບຄຳຄິດຄຳເຫັນໂດຍຊີ້ອອກວ່າ,ອາເມຣິກາແມ່ນຕົວການຂອງບັນຫາອັຟການິສະຖານ,ຄວນຊົດເຊີຍຜົນການທຳຮ້າຍປະຊາຊົນອັຟການິສະຖານດ້ວຍການກະທຳຕົວຈິງ.


ຜູ້ຕາງໜ້າຈີນກ່າວວ່າ:ສະຖານະການອັຟການິສະຖານເກີດມີການປ່ຽນແປງທີ່ມີ ລັກສະນະກົກຮາກມາເປັນເວລາ 10 ເດືອນແລ້ວ.ລັດຖະບານຊົ່ວຄາວຂອງອັຟການິ ສະຖານໄດ້ຮັບຄວາມຄືບໜ້າຈຳນວນໜຶ່ງໃນດ້ານການສ້າງຕັ້ງອຳນາດແລະການດຳເນີນການບໍລິຫານປົກຄອງ,ແຕ່ຍັງປະເຊີນກັບສິ່ງທ້າທາຍຫຼາຍຢ່າງໃນດ້ານມະນຸດສະທຳ ເສດຖະກິດ ຄວາມໝັ້ນຄົງເປັນຕົ້ນ.ປະຊາ ຄົມໂລກຄວນເພີ່ມທະວີ ການຕິດຕໍ່ພົວພັນແລະການສົນທະນາກັບລັດຖະບານຊົ່ວຄາວຂອງອັຟການິສະຖານ,ຊັກນຳໃຫ້ເຂົາເຈົ້າປັບປຸງໂຄງສ້າງດ້ານການເມືອງໃຫ້ສົມບູນ ກວ້າງຂວາງແລະມີສ່ວນຮ່ວມ,ປະຕິບັດນະໂຍບາຍຕໍ່ພາຍໃນແລະຕ່າງປະເທດທີ່ອ່ອນໂຍນແລະໜັກແໜ້ນ,ເດັດດ່ຽວໂຈມຕີລັດທິກໍ່ການຮ້າຍທຸກຮູບແບບ,ຢູ່ຮ່ວມກັນຢ່າງມີໄມຕີຈິດກັບບັນດາປະເທດຢູ່ໃນໂລກໂດຍສະເພາະແມ່ນປະເທດເພື່ອນບ້ານໃກ້ຄຽງ.ປະຊາຄົມໂລກຕ້ອງໃຫ້ການຊ່ວຍເຫຼືອດ່ວນດ້ານມະນຸດສະທຳແລະການສະໜັບສະໜູນດ້ານການຕ້ານກັບພະຍາດໂຄວິດ-19 ອັນຈຳເປັນໃຫ້ແກ່ອັຟການິສະຖານເພື່ອຊ່ວຍເຂົາເຈົ້າຜ່ອນຄາຍສະພາບຄວາມຫຍຸ້ງຍາກດ້ານເສດຖະກິດແລະຊີວິດການເປັນຢູ່ຂອງປະຊາຊົນ.


ຈີນທວງໃຫ້ອາເມຣິກາຍົກເລີກການລົງໂທດພຽງແຕ່ຝ່າຍດຽວຕໍ່ອັຟການິສະຖານຢ່າງຮອບດ້ານໃນທັນທີ,ແລະສົ່ງຊັບສິນຂອງປະຊາຊົນອັຟການິສະຖານຄືນໃຫ້ຢ່າງບໍ່ມີເງື່ອນໄຂ,ຊົດເຊີຍຜົນການທຳຮ້າຍປະຊາຊົນອັຟການິສະຖານດ້ວຍການກະທຳຕົວຈິງ.