ຮອງຜູ້ຕາງໜ້າຖາວອນຂອງຈີນປະຈຳອົງການສະຫະປະຊາຊາດກ່າວວ່າ: ຫວັງວ່າສະຫະພາບເອີຣົບຈະຊຸກຍູ້ໃຫ້ປະເທດຕ່າງໆເພີ່ມທະວີຄວາມສາມັກຄີກັນ

2022-06-17 15:35:01 CRI


ວັນທີ 16 ມິຖຸນານີ້, ທ່ານໄຕ້ປິ່ງ ຮອງຜູ້ຕາງໜ້າຖາວອນຂອງຈີນປະຈຳອົງການສະຫະປະຊາຊາດກ່າວວ່າ: ຈີນຄອງຄອຍສະຫະພາບເອີຣົບເສີມຂະຫຍາຍບົດບາດທີ່ຕັ້ງໜ້າ ແລະ ມີລັກສະນະສ້າງສັນໃນວຽກງານສາກົນ, ຄັດຄ້ານການຟື້ນຊີບຄືນໃໝ່ຂອງແນວຄິດທີ່ເປັນປໍລະປັກກັນລະຫວ່າງຝ່າຍ, ຊຸກຍູ້ໃຫ້ປະເທດຕ່າງໆເພີ່ມທະວີຄວາມສາມັກຄີ ແລະຮ່ວມກັນກ້າວໄປຂ້າງໜ້າພາຍໃຕ້ຄັນທຸງລັດທິຫຼາຍຝ່າຍ.

 

ວັນທີ 16 ມິຖຸນານີ້, ໃນກອງປະຊຸມແບບເປີດກວ້າງຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດກ່ຽວກັບບັນຫາທີ່ສະຫະປະຊາຊາດຮ່ວມມືກັບສະຫະພາບເອີຣົບນັ້ນ, ທ່ານໄຕ້ປິ່ງກ່າວວ່າ, ໃນຖານະເປັນຜູ້ສົ່ງເສີມລັດທິຫຼາຍຝ່າຍຢ່າງຕັ້ງໜ້າ, ສະຫະພາບເອີຣົບຄວນນຳໜ້າປົກປັກຮັກສາຈຸດປະສົງ ແລະ ຫຼັກການຂອງກົດບັດສະຫະປະຊາຊາດ, ນຳໜ້າເຄົາລົບກົດໝາຍສາກົນ ແລະ ຫຼັກການພື້ນຖານຂອງການພົວພັນສາກົນທີ່ໄດ້ຮັບການຮັບຮອງທົ່ວໄປ, ເຄົາລົບອະທິປະໄຕ ແລະ ເອກະລາດທາງການເມືອງຂອງບັນດາປະເທດຢ່າງແທ້ຈິງ, ຍຶດໝັ້ນບໍ່ແຊກແຊງວຽກງານພາຍໃນຂອງປະເທດອື່ນ.

 

ທ່ານກ່າວຕື່ມວ່າ, ມວນມະນຸດແມ່ນປະຊາຄົມຮ່ວມຄວາມໝັ້ນຄົງທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້, ຄວາມເປັນຫ່ວງດ້ານຄວາມໝັ້ນຄົງຂອງບັນດາປະເທດມີຄວາມສຳຄັນເທົ່າທຽມກັນ ແລະ ເພິ່ງພາອາໄສເຊິ່ງກັນແລະກັນ. ຈີນຄອງຄອຍສະຫະພາບເອີຣົບໃຫ້ຄວາມສຳຄັນ ແລະ ເຄົາລົບຄວາມເປັນຫ່ວງດ້ານຄວາມໝັ້ນຄົງທີ່ສົມເຫດສົມຜົນຂອງບັນດາປະເທດ, ທຳຄວາມພະຍາຍາມຫຼາຍກວ່າເກົ່າເຂົ້າໃນການສ້າງກົນໄກຄວາມໝັ້ນຄົງຂອງໂລກ ແລະພາກພື້ນທີ່ມີຄວາມດຸນດ່ຽງກັນ ມີປະສິດທິຜົນ ແລະ ຍືນຍົງ.