ກ່ຽວກັບບັນຫາອູແກຣນ ປະເທດຈີນໄດ້ຢືນຢູ່ຂ້າງສັນຕິພາບແລະຄວາມເປັນທຳມາໂດຍຕະຫຼອດ

2022-06-17 14:44:25 cri


ໃນກອງປະຊຸມຖະແຫຼງຂ່າວໃນວັນທີ 16 ມິຖຸນານີ້,ທ່ານວ່າງເວີນປິ່ນ ໂຄສົກ ກະຊວງການຕ່າງປະເທດຈີນໄດ້ຕອບໂຕ້ຄຳເວົ້າຂອງໂຄສົກກະຊວງການຕ່າງປະເທດອາເມຣິກາທີ່ກ່າວວ່າ “ປະເທດທີ່ຢືນຢູ່ຄຽງຂ້າງຣັດເຊຍນັ້ນຈະເປັນການຢືນຢູ່ຂ້າງຄວາມຜິດພາດທາງປະຫວັດສາດຢ່າງຫຼີກລ່ຽງບໍ່ໄດ້”.ທ່ານວ່າງເວີນປິ່ນໄດ້ກ່າວເນັ້ນໜັກວ່າ:ເວລາໃດປະເທດຈີນກໍ່ໄດ້ເລີ່ມຈາກຄວາມເປັນມາທາງປະຫວັດສາດແລະຄວາມຖືກຄວາມຜິດໃນບັນຫາອູແກຣນ,ພ້ອມທັງວິນິດໄສຢ່າງເປັນເອກະລາດເປັນເຈົ້າຕົນເອງ,ພວກເຮົາໄດ້ຢືນຢູ່ຂ້າງສັນຕິພາບແລະຄວາມເປັນທຳມາໂດຍຕະຫຼອດ.


ໃນເວລາຕອບຄຳຖາມຂອງນັກຂ່າວ,ທ່ານວ່າງເວີນປິ່ນໄດ້ກ່າວວ່າ:“ໃນເວລາທີ່ອາເມຣິກາລະເມີດຄຳໝັ້ນສັນຍາ,ສືບຕໍ່ຊຸກຍູ້ນາໂຕຂະຫຍາຍໄປສູ່ທິດຕາເວັນອອກ,ເຮັດໃຫ້ເອີຣົບຕົກຢູ່ໃນການປະທະກັນອີກນັ້ນ,ປະເທດຈີນໄດ້ຕັ້ງໜ້າສົ່ງເສີມທັດສະນະຄວາມໝັ້ນຄົງທີ່ຮ່ວມກັນ ກວມລວມ ຮ່ວມມືແລະຍືນຍົງໂດຍຮຽກຮ້ອງໃຫ້ສ້າງຂອບຄວາມໝັ້ນຄົງເອີຣົບທີ່ດຸນດ່ຽງ ມີປະສິດທິຜົນແລະຍືນຍົງ;ໃນເວລາທີ່ອາເມຣິກາຮ້ອງໂຮວ່າຈະສູ້ຮົບຈົນເຖິງຂັ້ນສຸດທ້າຍທີ່ເຫຼືອຊາວອູແກຣນພຽງຜູ້ດຽວແລະໄດ້ສຸມໄຟເຂົ້າໃນການປະທະກັນນັ້ນ,ປະເທດຈີນໄດ້ຕັ້ງໜ້າໄກ່ເກ່ຍສັນຕິພາບແລະຊຸກຍູ້ໃຫ້ເຈລະຈາກັນໂດຍໄດ້ຊີ້ອອກວ່າ,ປະຊາຄົມໂລກຄວນສະໜັບ ສະໜູນຣັດເຊຍ-ອູແກຣນທັງສອງຝ່າຍເຈລະຈາກັນຕໍ່ໄປ,ແຕ່ບໍ່ແມ່ນສູ້ຮົບກັນຕໍ່ໄປ;ໃນເວລາອາເມຣິການຳໃຊ້ການລົງໂທດຂັ້ນສູງສຸດເພື່ອໃຊ້ແຮງກົດດັນ,ເຮັດໃຫ້ຜົນກະທົບຈາກວິກິດການນັບມື້ນັບຂະຫຍາຍກວ້າງອອກນັ້ນ,ປະເທດຈີນແມ່ນເດັດດ່ຽວຄັດຄ້ານການຫັນເອົາບັນຫາເສດຖະກິດໂລກມາເປັນບັນຫາການເມືອງ ເປັນເຄື່ອງມືແລະເປັນອາວຸດ,ໂດຍກ່າວເນັ້ນໜັກວ່າ,ຈະເຮັດໃຫ້ຜົນສຳເລັດທີ່່ພະຍາຍາມມາຫຼາຍສິບປີຂອງການຮ່ວມມືດ້ານເສດຖະກິດສາກົນຖືກທຳລາຍລົງໃນບາດດຽວນັ້ນບໍ່ໄດ້,ຍິ່ງບໍ່ສາມາດເຮັດໃຫ້ປະຊາຊົນປະເທດຕ່າງໆຕ້ອງເສຍຄ່າຕອບແທນຢ່າງໜັກໜ່ວງເພື່ອເລື່ອງນີ້.ໃຜຢືນຢູ່ທາງຂ້າງຄວາມຖືກຕ້ອງ, ປະຊາຊົນໃນໂລກຈະໃຊ້ວິຈາລະນະຍານຂອງຕົນເອງ.”