ທ່ານສີຈິ້ນຜິງຈະເປັນປະທານຈັດກອງປະຊຸມພົບປະຜູ້ນຳບັນດາປະເທດບຣິກສຄັ້ງທີ 14

2022-06-17 14:19:24 CRI


ວັນທີ 23 ມິຖຸນານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນຈະເປັນປະທານຈັດກອງປະຊຸມພົບປະຜູ້ນຳບັນດາປະເທດບຣິກສຄັ້ງທີ 14 ຢູ່ນະຄອນຫຼວງປັກກິ່ງ. ກອງປະຊຸມພົບປະຈະຈັດຜ່ານທາງວີດີໂອ, ພາຍໃຕ້ຫົວຂໍ້ວ່າ “ສ້າງສາຍພົວພັນຄູ່ຮ່ວມທີ່ມີຄຸນນະພາບສູງ ຮ່ວມກັນສ້າງຍຸກໃໝ່ແຫ່ງການພັດທະນາຂອງທົ່ວໂລກ.”

 

ທ່ານສີຈິ້ນຜິງຈະເປັນປະທານຈັດກອງປະຊຸມສົນທະນາລະດັບສູງວ່າດ້ວຍການພັດທະນາຂອງໂລກຢູ່ນະຄອນຫຼວງປັກກິ່ງໃນວັນທີ 24 ມິຖຸນານີ້. ກອງປະຊຸມສົນທະນາຈະຈັດຜ່ານທາງວີດີໂອ, ພາຍໃຕ້ຫົວຂໍ້ “ສ້າງສາຍພົວພັນຄູ່ຮ່ວມພັດທະນາຂອງໂລກໃນຍຸກໃໝ່, ຮ່ວມມືຈັດຕັ້ງປະຕິບັດວາລະການພັດທະນາແບບຍືນຍົງຮອດປີ 2030.” ຜູ້ນຳບັນດາປະເທດບຣິກສ, ຜູ້ນຳປະເທດທີ່ເປັນຕະຫຼາດຈະເລີນໃໝ່ທີ່ກ່ຽວຂ້ອງ, ແລະ ປະເທດພວມພັດທະນາຈະເຂົ້າຮ່ວມກອງປະຊຸມຄັ້ງນີ້.

 

ວັນທີ 22 ມິຖຸນານີ້, ທ່ານສີຈິ້ນຜິງຈະເຂົ້າຮ່ວມພິທີເປີດກອງປະຊຸມເວທີປຶກສາຫາລືອຸດສາຫະກຳການຄ້າບັນດາປະເທດບຣິກສຜ່ານທາງວີດີໂອ ແລະ ກ່າວປາຖະກະຖາ.