ອົງການອະນາໄມໂລກໃຫ້ຮູ້ວ່າ: ແຜ່ນດິນໃຫຍ່ອາຟຣິກາຈະເພີ່ມທະວີການສັກວັກຊີນຕ້ານໂຄວິດ-19 ທີ່ແນໃສ່ກຸ່ມຄົນທີ່ມີຄວາມສ່ຽງສູງ

2022-06-17 14:22:51 cri


ວັນທີ 16 ມິຖຸນານີ້, ສຳນັກງານອົງການອະນາໄມໂລກປະຈຳພາກພື້ນອາຟຣິກາໄດ້ຈັດກອງປະຊຸມຖະແຫຼງຂ່າວທາງອອນລາຍຢູ່ນະຄອນຫຼວງບຣາຊາວິນ ປະເທດສາທາລະນະລັດກົງໂກ ໂດຍໄດ້ແຈ້ງສະພາບພະຍາດໂຄວິດ-19 ຢູ່ແຜ່ນດິນໃຫຍ່ອາຟຣິກາໃນປັດຈຸບັນນີ້ວ່າ: ນັບມາຮອດປັດຈຸບັນ, ຢູ່ແຜ່ນດິນໃຫຍ່ອາຟຣິກາ ມີຜູ້ຖືກບົ່ງມະຕິຕິດເຊື້ອພະຍາດໂຄວິດ-19 ເຖິງ 11,9 ລ້ານຄົນ, ມີຜູ້ເສຍຊີວິດເຖິງ 254.400 ຄົນ. ປັດຈຸບັນ, ອັດຕາການສັກວັກຊີນຕ້ານໂຄວິດ-19 ຢູ່ອາຟຣິກາຍັງຕ່ຳກວ່າລະດັບສະເລ່ຍຂອງໂລກຫຼາຍ, ເພື່ອຮັບມືກັບບັນຫາຫຍຸ້ງຍາກທີ່ຂາດເຂີນວັກຊີນ, ອົງການອະນາໄມໂລກແນະນຳໃຫ້ປະເທດຕ່າງໆສຸມກຳລັງສັກວັກຊີນໃຫ້ຜູ້ອາຍຸສູງ, ພະນັກງານສາທາລະນະສຸກແລະກຸ່ມຄົນອື່ນໆທີ່ມີຄວາມສ່ຽງສູງ.