ກົມການເມືອງສູນກາງພັກກອມມູນິດຈີນຈັດກອງປະຊຸມ ພິຈາລະນາ “ບົດລາຍງານກ່ຽວກັບຄວາມຄືບໜ້າແຫ່ງການປັບປຸງວຽກງານຂອງໜ່ວຍງານທະນາຄານໃນການລາດຕະເວນກວດກາຮອບທີ 8 ຂອງຄະນະກຳມະການສູນກາງພັກຊຸດທີ 19”

2022-06-18 17:03:25 CRI


    ວັນທີ 17 ມິຖຸນານີ້, ກົມການເມືອງສູນກາງພັກກອມມູນິດຈີນຈັດກອງປະຊຸມ ພິຈາລະນາ “ບົດລາຍງານກ່ຽວກັບຄວາມຄືບໜ້າແຫ່ງການປັບປຸງວຽກງານຂອງໜ່ວຍງານທະນາຄານໃນການລາດຕະເວນກວດກາຮອບທີ 8 ຂອງຄະນະກຳມະການສູນກາງພັກຊຸດທີ 19”, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນເປັນປະທານຈັດກອງປະຊຸມ.

 

    ກອງປະຊຸມເຫັນວ່າ, ສູນກາງພັກກອມມູນິດຈີນທີ່ມີສະຫາຍສີຈິ້ນຜິງເປັນແກນນຳໄດ້ໃຫ້ຄວາມສຳຄັນຢ່າງສູງຕໍ່ວຽກງານ ລາດຕະເວນກວດກາ, ຖືເອົາການລາດຕະເວນກວດກາເປັນການຈັດວາງລະບຽບການທາງຍຸດທະສາດທີ່ຊຸກຍູ້ການປະຕິວັດຕົນເອງຂອງພັກ ແລະ ຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານ. ວຽກງານລາດຕະເວນກວດກາໄດ້ປິ່ນອ້ອມວຽກງານໃຈກາງ ແລະ ຮັບໃຊ້ພາກສ່ວນໃຫຍ່, ສຸມໃສ່ພາລະໜ້າທີ່ ແລະ ຄວາມຮັບຜິດຊອບ ເພີ່ມທະວີການຕິດຕາມກວດກາທາງການເມືອງ, ຍຶດໝັ້ນການຄົ້ນພົບບັນຫາ ສ້າງຄວາມໜ້າເກັງຂາມ, ຊຸກຍູ້ການປະຕິຮູບ ແລະ ຊຸກຍູ້ການພັດທະນາ, ເຊິ່ງໄດ້ເສີມຂະຫຍາຍບົດບາດທີ່ເປັນດາບຄົມໃນການຕ້ານການສໍ້ລາດບັງຫຼວງ.