ຈີນມີຄວາມໝັ້ນໃຈຢ່າງເຕັມສ່ວນໃນການບັນລຸເປົ້າໝາຍທີ່ປ້ອງກັນຄວບຄຸມສະພາບພະຍາດໂຄວິດ-19 ໃຫ້ໄດ້, ຮັກສາຄວາມໝັ້ນທ່ຽງຂອງເສດຖະກິດ ແລະພັດທະນາຢ່າງປອດໄພ.

2022-06-18 15:02:21 cri


ວັນທີ 17 ມິຖຸນານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມຂອງນັກຂ່າວໃນກອງປະຊຸມຖະແຫຼງຂ່າວເມື່ອວັນທີ 17 ມິຖຸນານີ້ວ່າ: ຈີນມີຄວາມໝັ້ນໃຈຢ່າງເຕັມສ່ວນໃນການບັນລຸເປົ້າໝາຍທີ່ກຳຄົດໄວ້ ຄື: ປ້ອງກັນຄວບຄຸມສະພາບພະຍາດໂຄວິດ-19 ໃຫ້ໄດ້, ຮັກສາຄວາມໝັ້ນທ່ຽງຂອງເສດຖະກິດ ແລະພັດທະນາຢ່າງປອດໄພ.

ຕາມຂ່າວແຈ້ງວ່າ: ໃນກອງປະຊຸມຄັ້ງໜຶ່ງໃນວັນທີ 16 ມິຖຸນານີ້, ເອກອັກຄະລັດຖະທູດອາເມຣິກາປະຈຳຈີນໄດ້ຕິຕຽນນະໂຍບາຍຂອງຈີນກ່ຽວກັບການຈຳກັດພະຍາດໂຄວິດ-19 ໃຫ້ເປັນສູນຢູ່ທຸກເວລາ ແລະເຫັນວ່ານີ້ໄດ້ກະທົບເຖິງການລົງທຶນຂອງຕ່າງປະເທດ. ທ່ານຍັງເຫັນວ່າ: ນະໂຍບາຍດັ່ງກ່າວຂອງຈີນໃນປັດຈຸບັນຈະສືບຕໍ່ໄປຈົນເຖິງປີ 2023.

ຕໍ່ກັ່ບເລື່ອງນີ້, ທ່ານວ່າງເວີນປິ່ນກ່າວວ່າ: ຈຸດເລີ່ມຕົ້ນທີ່ລັດຖະບານຈີນກຳນົດແລະປະຕິບັດນະໂຍບາຍຈຳກັດພະຍາດໂຄວິດ-19 ໃຫ້ເປັນສູນຢູ່ທຸກເວລ ແມ່ນຖືຄວາມປອດໄພດ້ານຊີວິດແລະສຸຂະພາບຂອງປະຊາຊົນ 1,4 ຕື້ຄົນເປັນສິ່ງສຳຄັນທີ່ສຸດ ເຊິ່ງໄດ້ສະແດງໃຫ້ເຫັນເຖິງແນວຄວາມຄິດໃນການປົກຄອງບໍລິຫານປະເທດຂອງພັກແລະລັດຖະບານຈີນຢ່າງເຕັມສ່ວນທີ່ຖືປະຊາຊົນແລະຊີວິດຢູ່ເໜືອກວ່າທຸກສິ່ງຢ່າງ.

ທ່ານວ່າງເວີນປິ່ນກ່າວຕື່ມວ່າ: ຕົວເລກສະຖິຕິທີ່ອົງການສະຖິຕິແຫ່ງຊາດຈີນເປີດເຜີຍໃນມໍ່ໆນີ້ສະແດງໃຫ້ເຫັນວ່າ: ລະຫວ່າງເດືອນມັງກອນຫາເດືອນພຶດສະພາ, ການນຳເຂົ້າແລະສົ່ງອອກໃນການຄ້າຕ່າງປະເທດຂອງຈີນໄດ້ເພີ່ມຂຶ້ນ 8,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ການດຶງດູດທຶນຕ່າງປະເທດໄດ້ເພີ່ມຂຶ້ນ 17,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. “ຕົວເລກທີ່ແທ້ຈິງເຫຼົ່ານີ້ໄດ້ສ່ອງແສງເຖິງຄວາມຍິນດີລົງທຶນຕໍ່ປະເທດຈີນຂອງນັກທຸລະກິດຕ່າງປະເທດ, ທັງສະແດງໃຫ້ເຫັນວ່າ: ເຂົາເຈົ້າມີຄວາມໝັ້ນໃຈຢ່າງເຕັມສ່ວນຕໍ່ການພັດທະນາເສດຖະກິດສັງຄົມຂອງຈີນ. ທຸກສິ່ງຢ່າງນີ້ກໍໄດ້ສະແດງໃຫ້ເຫັນວ່າ: ການປ້ອງກັນຄວບຄຸມພະຍາດໃຫ້ດີແມ່ນພື້ນຖານແຫ່ງການພັດທະນາເສດຖະກິດສັງຄົມ ແລະແມ່ນສະພາບແວດລ້ອມການດຳເນີນທຸລະກິດທີ່ດີທີ່ສຸດ.”