ທ່ານສີຈິ້ນຜິງກ່າວວ່າ: ເອົາຊະນະບັ້ນຕໍ່ຕ້ານການສໍ້ລາດບັງຫຼວງໄລຍະຍາວຢ່າງຮອບດ້ານ

2022-06-18 16:49:39 CRI


    ຕອນບ່າຍວັນທີ 17 ມິຖຸນານີ້, ກົມການເມືອງສູນກາງພັກກອມມູນິດຈີນໄດ້ດຳເນີນການຮ່ຳຮຽນລວມໝູ່ຄັ້ງທີ 40 ກ່ຽວກັບການຊຸກຍູ້ບັນຍາກາດທີ່ບໍ່ກ້າສໍ້ລາດບັງຫຼວງ ບໍ່ສາມາດສໍ້ລາດບັງຫຼວງ ແລະ ບໍ່ຢາກສໍ້ລາດບັງຫຼວງຢ່າງເປັນເອກະພາບກັນ. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ເປັນປະທານຈັດການຮ່ຳຮຽນ ໂດຍກ່າວເນັ້ນໜັກວ່າ, ການຕໍ້ຕ້ານການສໍ້ລາດບັງຫຼວງພົວພັນເຖິງສັດທາຂອງປະຊາຊົນທີ່ເປັນການເມືອງໃຫຍ່ທີ່ສຸດ, ແມ່ນບັ້ນຕໍ່ຕ້ານທາງການເມືອງອັນສຳຄັນທີ່ບໍ່ສາມາດປະລາໄຊໄດ້ ທັງບໍ່ໃຫ້ປະລາໄຊຢ່າງເດັດຂາດ, ຕ້ອງຍົກສູງຄວາມສາມາດ ແລະ ລະດັບທີ່ບໍ່ກ້າສໍ້ລາດບັງຫຼວງ ບໍ່ສາມາດສໍ້ລາດບັງຫຼວງ ແລະ ບໍ່ຢາກສໍ້ລາດບັງຫຼວງຢ່າງເປັນເອກະພາບກັນ, ເອົາຊະນະບັ້ນຕໍ່ຕ້ານການສໍ້ລາດບັງຫຼວງໄລຍະຍາວຢ່າງຮອບດ້ານ.