ອົງການ ສປຊ ຮຽກຮ້ອງໃຫ້ໃຊ້ການເຄື່ອນໄຫວຫຼາຍກວ່າເກົ່າເພື່ອປ່ຽນແປງທ່າອ່ຽງການເສື່ອມລົງຂອງທີ່ດິນ

2022-06-18 15:04:49 cri


ວັນທີ 17 ມິຖຸນານີ້ ແມ່ນວັນປ້ອງກັນການຫັນເປັນທະເລຊາຍແລະປ້ອງກັນຄວາມ ແຫ້ງແລ້ງຂອງໂລກ. ທ່ານອັນໂຕນີໂອ ກູເຕີເລັສ ເລຂາທິການໃຫຍ່ອົງການ ສປຊ ໄດ້ກ່າວຄວາມເຫັນໃນມື້ດຽວກັນ ໂດຍຮຽກຮ້ອງໃຫ້ປະຊາຄົມໂລກໃຊ້ການເຄື່ອນໄຫວຫຼາຍກວ່າເກົ່າ ເພື່ອປ່ຽນແປງທ່າອ່ຽງການເສື່ອມລົງຂອງທີ່ດິນ.

ທ່ານກູເຕີເລັສກ່າວວ່າ: ມີປະຊາກອນປະມານ 50% ໃນໂລກພວມຮັບມືກັບຜົນຮ້າຍຍ້ອນຫຼັງຈາການເສື່ອມລົງຂອງທີ່ດິນ. ຢູ່ເກືອບທຸກເຂດແຄ້ວນຂອງໂລກ ເກີດມີໄພແຫ້ງແລ້ງນັບມື້ນັບຫຼາຍຂຶ້ນແລະຮຸນແຮງຂຶ້ນ. ສະພາບການພາຍຸຊາຍ, ໄຟໄໝ້ປ່າ, ຜົນເກັບກ່ຽວທັນຍາຫານມີໜ້ອຍ, ບໍ່ມີບ່ອນຢູ່ອາໄສ ແລະການປະທະກັນ ໄດ້ເພີ່ມຂຶ້ນເລື້ອຍໆ ເຊິ່ງເຮັດໃຫ້ຫຼາຍຮ້ອຍລ້ານຄົນໄດ້ຮັບຜົນເສຍຫາຍ.

ທ່ານກູເຕີເລັສກ່າວຕື່ມວ່າ: ບັນຫາຄວາມແຫ້ງແລ້ງມີປັດໃຈຍ້ອນການປ່ຽນແປງຂອງດິນຟ້າອາກາດ, ແຕ່ກໍມີການພົວພັນກັບວິທີການຄຸ້ມຄອງທີ່ດິນຂອງມວນມະນຸດ. ດັ່ງນັ້ນ, ມວນມະນຸດສາມາດ ທັງຕ້ອງຕ່າວປີ້ນທ່າອ່ຽງທີ່ທີ່ດິນເສື່ອມລົງ ຢ່າງບໍ່ຢຸດຢັ້ງ.