ຈຳນວນເດັກນ້ອຍທີ່ບໍ່ມີບ່ອນຢູ່ອາໄສໃນໂລກໄດ້ສ້າງສະຖິຕິສູງສຸດນັບແຕ່ສົງຄາມໂລກຄັ້ງທີ 2 ເປັນຕົ້ນມາ

2022-06-18 15:06:31 cri


ຜົນການສຳຫຼວດຫຼ້າສຸດທີ່ອົງການກອງທຶນສະຫະປະຊາຊາດເພື່ອເດັກນ້ອຍ ຫຼື ຢູນີເຊັຟ ປະກາດໃນວັນທີ 17 ມິຖຸນານີ້ ໃຫ້ຮູ້ວ່າ: ນັບມາຮອດທ້າຍປີ 2021, ເດັກນ້ອຍທີ່ບໍ່ມີບ່ອນຢູ່ອາໄສຍ້ອນການປະທະກັນ, ຄວາມຮຸນແຮງ ແລະວິກິດການອື່ນໆ ມີເຖິງ 36,5 ລ້ານຄົນ ເປັນຕົວເລກສູງສຸດນັບແຕ່ສົງຄາມໂລກຄັ້ງທີສອງເປັນຕົ້ນມາ.

ອົງການຢູນິເຊັຟ ໄດ້ຖະແຫຼງຂ່າວໃນມື້ດຽວກັນວ່າ: ຕົວເລກດັ່ງກ່າວລວມທັງເດັກນ້ອຍຊາວອົບພະຍົບ ແລະເດັກນ້ອຍທີ່ສະແຫວງຫາຄວາມປ້ອງກັນ 13,7 ລ້ານຄົນ ແລະເດັກນ້ອຍທີ່ບໍ່ມີບ່ອນຢູ່ອາໄສພາຍໃນປະເທດຍ້ອນການປະທະກັນແລະຄວາມຮຸນແຮງເກືອບ 22,8 ລ້ານຄົນ, ແຕ່ບໍ່ລວມທັງເດັກນ້ອນທີ່ບໍ່ມີບ່ອນຢູ່ອາໄສຍ້ອນຜົນກະທົບແລະໄພພິບັດຈາກດິນຟ້າອາກາດແລະສິ່ງແວດລ້ອມ.