ຈັດກິດຈະກຳ “ວັນຈີນ” ຂອງງານວາງສະແດງດອກໄມ້ຟີລາເດວເຟຍຢູ່ອາເມຣິກາ

2022-06-19 15:51:26 cri

      ວັນທີ 17 ມິຖຸນານີ້, ກິດຈະກຳວັນຈີນຂອງງານວາງສະແດງດອກໄມ້ຟີລາເດວເຟຍໄດ້ຈັດຂຶ້ນຢູ່ລັດເພນຊີວາເນຍຂອງອາເມຣິກາ ໂດຍສະແດງໃຫ້ປະຊາຊົນທ້ອງຖິ່ນໄດ້ເຫັນມົນສະເໜ່ທີ່ມີເອກະລັກພິເສດຂອງວັດທະນະທຳຈີນຢ່າງໃກ້ຊິດ.

      ໃນກິດຈະກຳຄັ້ງນີ້ໄດ້ມີການວາງສະແດງສາຍໄໝ,ການຖັກແສ່ວຂອງນະຄອນຮາງໂຈ່ວກໍຄືເຄື່ອງນ້ຳກ້ຽງ,ການຕັດເຈ້ຍເປັນຮູບຕ່າງໆຈາກນະຄອນຢາງໂຈ່ວແລະເຄື່ອງຫັດຖະກຳທີ່ເປັນມໍລະດົກວັດທະນະທຳນາມມະທຳອື່ນໆຂອງຈີນ,ພ້ອມທັງໄດ້ຈັດງານວາງສະແດງຜົນງານຮູບຖ່າຍພາຍໃຕ້ຫົວຂໍ້ “ຈີນແຫ່ງລັດສະໝີ” ເຊິ່ງບໍ່ພຽງແຕ່ເຮັດໃຫ້ປະຊາຊົນອາເມຣິກາສາມາດສຳຜັດໄດ້ຢ່າງໃກ້ຊິດກັບຄວາມສວຍງາມຂອງສີມືເຄື່ອງຫັດຖະກຳແບບດັ້ງເດີມຂອງຈີນເທົ່ານັ້ນ, ຫາກຍັງເຮັດໃຫ້ເຂົາເຈົ້າສາມາດຮູ້ໄດ້ໂສມໜ້າຕົວເມືອງຂອງຈີນໃນປັດຈຸບັນເປັນຢ່າງດີກວ່າເກົ່າອີກດ້ວຍ.

      ກິດຈະກຳວັນຈີນແມ່ນຈຸດພົ້ນເດັ່ນອັນໜຶ່ງຂອງ “ວັນວັດທະນະທຳຈີນ” ຂອງງານວາງສະແດງດອກໄມ້ຟີລາເດວເຟຍຢູ່ອາເມຣິກາໃນປີນີ້  ເຊິ່ງໄດ້ຈັດຂຶ້ນລະຫວ່າງວັນທີ 11 ຫາ 19 ມິຖຸນານີ້.