ເລຂາທິການໃຫຍ່ອົງການສະຫະປະຊາຊາດຮຽກຮ້ອງໃຫ້ມີທ່າທີລະມັດລະວັງຕໍ່ປະກົດການທີ່ອິນເຕີເນັດແລະສື່ສັງຄົມອອນລາຍຊ່ວຍການໃສ່ຮ້າຍປ້າຍສີແລະການດູໝິ່ນ

2022-06-19 14:52:40 CRI


     ວັນທີ 18 ມິຖຸນາແມ່ນວັນສາກົນເພື່ອໂຈມຕີຖ້ອຍຄວາມທີ່ສົ່ງເສີມການຄຽດຊັງ. ທ່ານອັນໂຕນິໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດຮຽກຮ້ອງໃຫ້ຄົນທັງຫຼາຍມີທ່າທີລະມັດລະວັງຕໍ່ປະກົດການທີ່ອິນເຕີເນັດແລະສື່ສັງຄົມອອນລາຍປຸກລະດົມແລະຊ່ວຍການໃສ່ຮ້າຍປ້າຍສີແລະການດູໝິ່ນ, ພ້ອມທັງພະຍາຍາມປ້ອງກັນແລະລຶບລ້າງຖ້ອຍຄວາມທີ່ສົ່ງເສີມການຄຽດຊັງ.


     ທ່ານກູເຕີເຣັສໄດ້ກ່າວຄຳປາໄສວ່າ: ຖ້ອຍຄວາມທີ່ສົ່ງເສີມການຄຽດຊັງສາມາດປຸກລະດົມຄວາມຮຸນແຮງ, ທຳລາຍຄວາມຫຼາກຫຼາຍແລະຄວາມຮັດແໜ້ນຂອງສັງຄົມ, ຂົ່ມຂູ່ຄ່ານິຍົມແລະຫຼັກການຮ່ວມຂອງປະຊາຄົມໂລກທີ່ຄອງຄອຍການເພີ່ມທະວີຄວາມສາມັກຄີ. ທ່ານຮຽກຮ້ອງໃຫ້ປະຊາຄົມໂລກໃຊ້ການກະທຳຕົວຈິງ, ພະຍາຍາມສຸດຂີດເພື່ອປ້ອງກັນແລະລຶບລ້າງຖ້ອຍຄວາມທີ່ສົ່ງເສີມການຄຽດຊັງດ້ວຍການຊຸກຍູ້ຄວາມເຄົາລົບຕໍ່ຄວາມຫຼາກຫຼາຍແລະຄວາມໂອບເອື້ອອາລີ.