ເອກອັກຄະລັດຖະທູດຈີນປະຈຳ WTO ກ່າວວ່າ: ຈີນໄດ້ປົກປັກຮັກສາລັດທິຫຼາຍຝ່າຍຢ່າງແທ້ຈິງໃນກອງປະຊຸມລະດັບລັດຖະມົນຕີຂອງອົງການການຄ້າໂລກຄັ້ງທີ 12

2022-06-19 15:53:21 cri

      ລະຫວ່າງວັນທີ 12 ຫາວັນທີ 17 ມິຖຸນານີ້, ກອງປະຊຸມລະດັບລັດຖະມົນຕີຂອງອົງການການຄ້າໂລກຫຼື WTO ຄັ້ງທີ 12 ໄດ້ຈັດຂຶ້ນຢ່າງສຳເລັດຜົນຢູ່ນະຄອນເຊີແນວປະເທດສະວິສ. ໂດຍຜ່ານການເຈລະຈາເປັນຫຼາຍຮອບແລະການປຶກສາຫາລືຢ່າງຫ້າວຫັນລະຫວ່າງບັນດາສາມະຊິກ WTO, ໃນທີ່ສຸດກໍໄດ້ຮັບໝາກຜົນ “1+4”. 1 ແມ່ນ “ສັນຍາໝາກຜົນກອງປະຊຸມລະດັບລັດຖະມົນຕີຂອງອົງການການຄ້າໂລກຫຼື WTO ຄັ້ງທີ 12” ໂດຍບັນດາຝ່າຍໄດ້ຢືນຢັນຈະເພີ່ມທະວີລະບົບການຄ້າຫຼາຍຝ່າຍທີ່ຖື WTO ເປັນໃຈກາງ, ຊຸກຍູ້ການປະຕິຮູບທີ່ຈຳເປັນຂອງ WTO. “4” ແມ່ນບັນດາຝ່າຍໄດ້ບັນລຸຄວາມຮັບຮູ້ຢ່າງເປັນເອກະພາບກັນໃນ 4 ດ້ານຄື: ການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19, ການອຸດໜູນຂະແໜງການປະມົງ, ຄວາມປອດໄພດ້ານສະບຽງອາຫານແລະການຄ້າເອເລັກໂຕຣນິກ.

      ທ່ານ ຫຼີເສີງກ່າງ ເອກອັກຄະລັດຖະທູດຄະນະຜູ້ຕາງໜ້າຈີນປະຈຳ WTO ກ່າວວ່າ: WTO ໄດ້ເຄົາລົບແລະປະຕິບັດຕາມຫຼັກການປຶກສາຫາລືໃຫ້ເປັນເອກະພາບກັນ,ຜົນສຳເລັດຂອງກອງປະຊຸມຄັ້ງນີ້ແມ່ນປາສະຈາກບໍ່ໄດ້ການສະໜັບສະໜູນເຊິ່ງກັນແລະກັນຈາກບັນດາສະມາຊິກ WTO, ການຜ່ອນສັ້ນຜ່ອນຍາວໃຫ້ກັນແລະກັນ. ສ່ວນຈີນໄດ້ເສີມຂະຫຍາຍບົດບາດທີ່ມີລັກສະນະສ້າງສັນໃນກອງປະຊຸມຄັ້ງນີ້. ທ່ານກ່າວເນັ້ນໜັກວ່າ: ການປົກປັກຮັກສາລັດທິຫຼາຍຝ່າຍຢ່າງແທ້ຈິງແລະປົກປັກຮັກສາລະບົບການຄ້າຫຼາຍຝ່າຍທີ່ຖື WTO ເປັນໃຈກາງນັ້ນແມ່ນເປົ້າໝາຍຂອງຈີນ.