ອັດຕາການເສຍຊີວິດກ່ອນໄວເຖົ້າຍ້ອນພະຍາດຊຳເຮື້ອທີ່ໜັກໜ່ວງຢູ່ຈີນໄດ້ຫຼຸດຕ່ຳລົງຢ່າງເດັ່ນຊັດ

2022-06-19 14:43:57 CRI

ພະຍາດຊຳເຮື້ອແມ່ນສາເຫດສຳຄັນທີ່ພາໃຫ້ມະນຸດເສຍຊີວິດກ່ອນໄວເຖົ້າ, ອົງການອະນາໄມໂລກ ຫຼື WHO ໄດ້ກຳນົດການເສຍຊີວິດລະຫວ່າງອາຍຸ 30 ປີຫາ 70 ປີເປັນການເສຍຊີວິດກ່ອນໄວເຖົ້າ. ອີງຕາມຂໍ້ມູນສະແດງໃຫ້ເຫັນວ່າ: ປີ 2021, ອັດຕາການເສຍຊີວິດກ່ອນໄວເຖົ້າຂອງພົນລະເມືອງຈີນຍ້ອນພະຍາດຊຳເຮື້ອທີ່ໜັກໜ່ວງ 4 ປະເພດ ຄື ພະຍາດເສັ້ນເລືອດໝາກຫົວໃຈແລະສະໝອງ ໂຣກມະເຮັງ ພະຍາດຊຳເຮື້ອລະບົບຫາຍໃຈ ແລະພະຍາດເບົາຫວານ ແມ່ນ 15,3% ເຊິ່ງໄດ້ຫຼຸດລົງຫຼາຍກວ່າ 3% ເມື່ອທຽບໃສ່ປີ 2015 ຄື 18,5%, ຈຳນວນຄົນເສຍຊີວິດຫຼຸດລົງ 17,3%, ຈຳນວນຫຼຸດລົງຕໍ່ປີດັ່ງກ່າວແມ່ນເກືອບ 3 ເທົ່າຂອງຈຳນວນຫຼຸດລົງສະເລ່ຍໃນໂລກ.

ປັດຈຸບັນນີ້, ອັດຕາການເສຍຊີວິດກ່ອນໄວເຖົ້າຍ້ອນພະຍາດຊຳເຮື້ອທີ່ໜັກໜ່ວງຢູ່ຈີນຕ່ຳກວ່າບັນດາປະເທດບຣິກສ໌ ເຊັ່ນ: ອິນເດຍ ແລະຣັດເຊຍ, ແຕ່ຍັງສູງກວ່າປະເທດທີ່ພັດທະນາຈຳນວນໜຶ່ງ ເຊັ່ນ: ອາເມຣິກາ ຍີ່ປຸ່ນ ແລະສ.ເກົາຫຼີ.