ເລຂາທິການໃຫຍ່ອົງການສະຫະປະຊາຊາດຮຽກຮ້ອງໃຫ້ລົບລ້າງຜົນຮ້າຍຍ້ອນການໃຊ້ຄວາມຮຸນແຮງທາງເພດຈາກການປະທະກັນ

2022-06-20 16:16:13 CRI

ຕາມຂ່າວCRI: ວັນທີ 19 ມິຖຸນານີ້ແມ່ນ “ວັນລົບລ້າງການໃຊ້ຄວາມຮຸນແຮງທາງເພດຈາກການປະທະກັນສາກົນ”. ທ່ານອັນໂຕນີໂອ ກູເຕີເຣັສ, ເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ກ່າວປາໄສໃນມື້ດຽວກັນ, ຮຽກຮ້ອງໃຫ້ປະຊາຄົມໂລກພະຍາຍາມລົບລ້າງຜົນຮ້າຍຍອ້ນການໃຊ້ຄວາມຮຸນແຮງທາງເພດຈາກການປະທະກັນ.

 

ທ່ານອັນໂຕນີໂອ ກູເຕີເຣັສກ່າວວ່າ, ການກໍ່ອາຊະຍາກຳຍອ້ນການໃຊ້ຄວາມຮຸນແຮງທາງເພດຈາກການປະທະກັນສ່ວນຫຼາຍບໍ່ໄດ້ຮັບການລົງໂທດ, ຜູ້ປະສົບເຄາະຮ້າຍທີ່ລອດຊີວິດໄດ້ຮັບ “ຄວາມອັບອາຍແລະບາດເຈັບຢ່າງໜັກ”. ເນື່ອງໃນໂອກາດ “ວັນລົບລ້າງການໃຊ້ຄວາມຮຸນແຮງທາງເພດຈາກການປະທະກັນສາກົນ” ໄດ້ໝູນວຽນມາເຖິງ, ປະຊາຄົມໂລກຕ້ອງຢູ່ຮ່ວມກັນກັບຜູ້ລອດຊີວິດແລະໃຫ້ຄຳໝັ້ນສັນຍາສະໜັບສະໜູນໃຫ້ກຸ່ມຄົນທີ່ອ່ອນແອທີ່ສຸດເຫຼົ່ານີ້ສູ້ຊົນເພື່ອຍາດແຍ່ງກຽດສັກສີແລະສັນຕິພາບໃນວິກິດການມະນຸດສະທຳ.