ອີຣານກ່າວວ່າ: ຖ້າອາເມຣິກາສືບຕໍ່ໃຊ້ການກະທຳທີ່ບໍ່ມີລັກສະສະສ້າງສັນ ອີຣານຈະທຳການຕອບໂຕ້

2022-06-20 15:21:54 cri

      ສຳນັກຂ່າວສານຕັສນິມຂອງອີຣານລາຍງານໃນວັນທີ 19 ມິຖຸນານີ້ວ່າ: ຫວ່າງ ບໍ່ດົນມານີ້, ທ່ານ ໂຮສເຊັນ ອາມິວ ອັບໂດນລາຮຽນ ລັດຖະມົນຕີກະຊວງການຕ່າງປະເທດອີຣານກ່າວວ່າ: ຖ້າອາເມຣິກາສືບຕໍ່ໃຊ້ການກະທຳທີ່ບໍ່ມີລັກສະສະສ້າງສັນ ອີຣານຈະທຳການຕອບໂຕ້.

      ຂ່າວລາຍງານໃຫ້ຮູ້ວ່າ: ວັນທີ 18 ມິຖຸນານີ້, ທ່ານ ໂຮສເຊັນ ອາມິວ ອັບໂດນລາຮຽນໄດ້ກ່າວໃນເວລາສົນທະນາຜ່ານທາງໂທລະສັບກັບທ່ານ ໂຈເຊັຟ ໂບເຣວ ຜູ້ຕາງໜ້າອາວຸໂສດ້ານນະໂຍບາຍຄວາມໝັ້ນຄົງແລະການຕ່າງປະເທດຂອງສະຫະພາບເອີຣົບວ່າ: ອີຣານຊົມເຊີຍການເຈລະຈາທີ່ຖືກຕ້ອງຕາມໂລຊິກແລະໃຫ້ຄວາມສຳຄັນຕໍ່ຜົນການເຈລະຈາ, ຖ້າອາເມຣິກາຢຸດຕິໃຊ້ການກະທຳສອງມາດຖານແລະບໍ່ມີຄວາມຂັດແຍ້ງກັນ,ກໍ່ຈະສາມາດບັນລຸການເຊັນສັນຍາທີ່ດີແລະຍາວນານສະບັບໜຶ່ງໄດ້.

      ທ່ານ ໂຈເຊັຟ ໂບເຣວ ກ່າວຕື່ມວ່າ: ທາງອອກພຽງໜຶ່ງດຽວທີ່ຫຼຸດພົ້ນອອກຈາກສະຖານະການໃນປັດຈຸບັນແມ່ນໃຊ້ຊ່ອງທາງການຕ່າງປະເທດພ້ອມທັງຫຼີກລ່ຽງການກະທຳທີ່ບໍ່ມີລັກສະນະສ້າງສັນ. ເຊິ່ງທ່ານກຽມຈະທຳຄວາມພະຍາຍາມທີ່ຈຳເປັນເພື່ອສ້າງເງື່ອນໄຂໃຫ້ແກ່ການບັນລຸການເຊັນສັນຍາ.