ຜົນກວດເຊື້ອໂຄວິດ-19 ຂອງຮອງນາຍົກສິງກະໂປເປັນຜົນບວກ

2022-06-20 16:18:02 CRI

 

ຕາມຂ່າວCRI: ວັນທີ 19 ມິຖຸນານີ້ຕາມເວລາທ້ອງຖິ່ນ, ທ່ານເຮັງສະວີກີດ, ຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງການຈັດສັນດ້ານເສດຖະກິດຂອງສິງກະໂປທີ່ກຳລັງຢ້ຽມຢາມເຢຍລະມັນມີຜົນກວດເຊື້ອໂຄວິດ-19 ເປັນຜົນບວກ, ປັດຈຸບັນນີ້ທ່ານໄດ້ຮັບການແຍກປ່ຽວຢູ່ເຢຍລະມັນແລ້ວ.