ໄຂກອງປະຊຸມສຸດຍອດຜູ້ນຳບໍລິສັດຂ້າມຊາດຊິ່ງຕາວຄັ້ງທີ 3 ທ່ານຫວາງຢົງເຂົ້າຮ່ວມແລະກ່າວຄຳປາໄສ

2022-06-20 16:14:36 CRI

 

ຕາມຂ່າວCRI: ວັນທີ 19 ມິຖຸນານີ້, ກອງປະຊຸມສຸດຍອດຜູ້ນຳບໍລິສັດຂ້າມຊາດຊິ່ງຕາວຄັ້ງທີ 3 ໄດ້ໄຂຂຶ້ນຢູ່ນະຄອນຊິ່ງຕາວຂອງຈີນ, ທ່ານຫວາງຢົງ, ທີ່ປຶກສາແຫ່ງລັດຈີນໄດ້ເຂົ້າຮ່ວມພິທີໄຂແລະກ່າວຄຳປາໄສ.

 


ທ່ານຫວາງຢົງໄດ້ຊີ້ອອກວ່າ, ນັບແຕ່ໄດ້ປະຕິບັດນະໂຍບາຍການປະຕິຮູບແລະເປີດປະຕູສູ່ພາຍນອກເປັນຕົ້ນມາ, ມີບໍລິສັດຂ້າມຊາດນັບມື້ນັບຫຼາຍໄດ້ເຂົ້າມາລົງທຶນຢູ່ຈີນ, ເຊື່ອມໂຍງເຂົ້າກັນກັບຈີນ, ບໍ່ພຽງແຕ່ໄດ້ບັນລຸການພັດທະນາຂອງຕົນເທົ່ານັ້ນ, ຫາກຍັງໄດ້ຊຸກຍູ້ການພັດທະນາດ້ານເສດຖະກິດຂອງຈີນຕື່ມອີກແລະ, ຍັງໄດ້ຊຸກຍູ້ເສດຖະກິດໂລກາພິວັດ. ປັດຈຸບັນນີ້, ສະຖານະການພາຍໃນແລະຕ່າງປະເທດມີຄວາມສັບສົນຫຼາຍ, ແຕ່ວ່າທາງດ້ານພື້ນຖານຂອງເສດຖະກິດຈີນທີ່ມີທ່າອຽງທີ່ດີໃນໄລຍະຍາວບໍ່ມີການປ່ຽນແປງ. ຈີນຈະຈັດສັນການປ້ອງກັນແລະຄວບຄຸມສະພາບພະຍາດໂຄວິດ-19 ແລະການພັດທະນາດ້ານເສດຖະກິດສັງຄົມແບບມີປະສິດທິພາບສູງແລະເປັນເອກະພາບກັນຢ່າງບໍ່ຢຸດຢັ້ງ, ເປີດກວ້າງການອະນຸຍາດການເຂົ້າເຖິງຕະຫຼາດຕື່ມອີກ, ຊຸກຍູ້ການແຂ່ງຂັນຢ່າງສະເໝີພາບກັນ, ຍົກສູງລະດັບການຄ້າແລະການລົງທຶນແບບເສລີແລະສະດວກຢ່າງບໍ່ຢຸດຢັ້ງ, ພະຍາຍາມສ້າງສະພາບແວດລ້ອມການດຳເນີນທຸລະກິດທີ່ຫັນເປັນຕະຫຼາດ, ຫັນເປັນການບໍລິການດ້ວຍກົດໝາຍແລະຫັນເປັນແບບສາກົນ. ຈີນຈະເປີດປະຕູນັບມື້ນັບກວ້າງກວ່າເກົ່າ, ສະພາບແວດລ້ອມການດຳເນີນທຸລະກິດຈະນັບມື້ນັບດີຂຶ້ນກວ່າເກົ່າ, ຈະມີໂອກາດການພັດທະນານັບມື້ນັບຫຼາຍກວ່າເກົ່າ, ຍິນດີຕ້ອນຮັບວິສາຫະກິດຂອງແຕ່ລະປະເທດເຂົ້າມາລົງທຶນດຳເນີນທຸລະກິດຢູ່ຈີນ, ພັດທະນາຢູ່ຕະຫຼາດຈີນຢ່າງເລິກເຊິ່ງ, ເຂົ້າຮ່ວມການແຂ່ງຂັນຢ່າງທ່ຽງທຳແລະ, ແບ່ງປັນຜົນກຳໄລດ້ານການພັດທະນາຮ່ວມກັນ.