ໃນ 5 ເດືອນຕົ້ນປີ 2022 ມູນຄ່າຂາເຂົ້າຂາອອກລະຫວ່າງຈີນ-ບັນດາປະເທດບຣິກສ໌ເພີ່ມຂຶ້ນ 12,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້

2022-06-21 17:22:50 CRI

 

ຕາມຂ່າວCRI: ນັບແຕ່ຕົ້ນປີ 2022 ເປັນຕົ້ນມາ, ຈີນກັບບັນດາປະເທດບຣິກສ໌ໄດ້ລົງເລິກການຮ່ວມມືຕົວຈິງໃນຂົງເຂດເສດຖະກິດການຄ້າຢ່າງບໍ່ຢຸດຢັ້ງ, ມີມູນຄ່າຂາເຂົ້າແລະຂາອອກໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ໃນ 5 ເດືອນຕົ້ນປີ 2022 ນີ້, ມູນຄ່າຂາເຂົ້າຂາອອກຕໍ່ບັນດາປະເທດບຣິກສ໌ຂອງຈີນມີເຖິງ 1310 ຕື້ຢວນ, ຫຼາຍກວ່າຈັງຫວະການເຕີບໂຕສັງລວມດ້ານການຄ້າກັບຕ່າງປະເທດຂອງຈີນໃນໄລຍະດຽວກັນ 3,8 %. ໃນນັ້ນ, ມູນຄ່າຂາອອກບັນລຸ 656 ຕື້ຢວນ, ເພີ່ມຂຶ້ນ 18,1%; ມູນຄ່າຂາເຂົ້າບັນລຸ 651,71 ຕື້ຢວນ, ເພີ່ມຂຶ້ນ 6,6%.

 

ເມື່ອເບິ່ງຈາກສິນຄ້ານຳເຂົ້າແລະສົ່ງອອກແລ້ວ, ຜະລິດຕະພັນກົນຈັກເອເລັກໂຕຼນິກແລະຜະລິດຕະພັນທີ່ໃຊ້ແຮງງານຫຼາຍຂອງຈີນໄດ້ກວມຍອດມູນຄ່າຂາອອກຕໍ່ບັນດາປະເທດບຣິກສ໌ປະມານ 69,7%. ຜະລິດຕະພັນພະລັງງານ, ຜະລິດຕະພັນກະສິກຳ, ໂລຫະແລະແຮ່ທາດອື່ນໆຂອງຈີນໄດ້ກວມຍອດມູນຄ່າຂາເຂົ້າຈາກບັນດາປະເທດບຣິກສ໌ປະມານ 76,3%, ການຄ້າລະຫວ່າງສອງຝ່າຍມີລັກສະນະຊ່ອຍຊູຍູ້ໜູນກັນຫຼາຍຂຶ້ນ. ຄຽງຄູ່ກັບການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງບັນດາປະເທດບຣິກສ໌ມີຄວາມເລິກເຊິ່ງກວ່າເກົ່າແລະມີຄວາມເປັນຈິງຫຼາຍກວ່າເກົ່າແລ້ວ, ການຄ້າຂາເຂົ້າຂາອອກລະຫວ່າງຈີນ-ບັນດາປະເທດບຣິກສ໌ມີຫວັງຈະຮັກສາທ່ວງທ່າເຕີບໂຕແຕ່ປີ 2021 ເປັນຕົ້ນມາ.