ອາເມຣິກາແລະປະເທດຕາເວັນຕົກອື່ນໆເປັນຜູ້ທີ່ເຮັດໃຫ້ບັນຫາຊາວອົບພະຍົບໂລກມີຄວາມຮ້າຍແຮງຂຶ້ນຢ່າງບໍ່ຢຸດຢັ້ງ

2022-06-21 15:54:32 cri

      ວັນທີ 20 ມິຖຸນານີ້ແມ່ນວັນຊາວອົບພະຍົບໂລກຄັ້ງທີ 22. ທ່ານ ຫວ່າງເຫວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວໃນເວລາຕອບຄຳຖາມຂອງນັກຂ່າວໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນມື້ດັ່ງກ່າວໂດຍໄດ້ຊີ້ໃຫ້ເຫັນວ່າ: ປະເທດຕາເວັນຕົກຈຳນວນໜຶ່ງທີ່ນຳໂດຍອາເມຣິກາໄດ້ກໍ່ສົງຄາມແລະຄວາມປັ່ນປ່ວນຂຶ້ນ,ແຊກແຊງວຽກງານພາຍໃນຂອງປະເທດອື່ນແລະກໍ່ໄພພິບັດດ້ານມະນຸດສະທຳໃນໄລຍະຍາວຜ່ານມາ, ເປັນຜູ້ທີ່ເຮັດໃຫ້ບັນຫາຊາວອົບພະຍົບມີຄວາມຮ້າຍແຮງຂຶ້ນ.

      ທ່ານ ຫວ່າງເຫວີນປິ່ນ ກ່າວຕື່ມວ່າ: ອົງການຊ່ວຍເຫຼືອເພື່ອຊາວອົບພະຍົບຂອງອົງການສະຫະປະຊາຊາດໄດ້ເຜີຍແຜ່ບົດລາຍງານປະຈຳປີໃນຫວ່າງມໍ່ໆມານີ້ໂດຍໄດ້ຊີ້ໃຫ້ເຫັນວ່າ: ຊາວອົບພະຍົບທີ່ໜີອອກຈາກປະເທດຂອງຕົນ,ຜູ້ຮ້ອງຂໍເປັນຊາວອົບພະຍົບແລະຜູ້ຊັດເຊພະເນຈອນຍ້ອນການປະທະກັນຫຼືການບີບບັງຄັບທາງການເມືອງໄດ້ມີຈຳນວນຫຼາຍກວ່າ 100 ລ້ານຄົນເປັນຄັ້ງທຳອິດ. ອີງຕາມຂໍ້ມູນການສຳຫຼວດສະບັບຫຼ້າສຸດຂອງອົງການກອງທຶນເພື່ອເດັກນ້ອຍຂອງອົງການສະຫະປະຊາຊາດສະແດງໃຫ້ເຫັນວ່າ: ນັບມາຮອດທ້າຍປີ 2021, ເດັກນ້ອຍທີ່ບໍ່ມີບ່ອນຢູ່ອາໄສຍ້ອນການປະທະກັນ,ຄວາມຮຸນແຮງແລະວິກິດການອື່ນໆໄດ້ມີຈຳນວນລວມເຖິງ 36,5 ລ້ານຄົນ, ໄດ້ສ້າງສະຖິຕິໃໝ່ນັບແຕ່ສົງຄາມໂລກຄັ້ງທີ 2 ເປັນຕົ້ນມາ. ທ່ານ ຫວ່າງເຫວີນປິ່ນ ຊີ້ໃຫ້ເຫັນວ່າ: ຕົວເລກທີ່ເຮັດໃຫ້ຄົນຮູ້ສຶກເສົ້າສະຫຼົດໃຈເຫຼົ່ານີ້ໄດ້ສະແດງໃຫ້ເຫັນເຖິງການກະທຳຂອງບາງປະເທດທີ່ໄດ້ຮຸກຮານແລະແຊກແຊງຕໍ່ພາຍນອກຕາມລຳພັງໃຈ.

      ທ່ານ ຫວ່າງເຫວີນປິ່ນ ກ່າວເນັ້ນໜັກວ່າ: ຈີນຮຽກຮ້ອງໃຫ້ປະເທດທີ່ກ່ຽວຂ້ອງຕ້ອງສຳຫຼວດກວດກາການກະທຳຂອງຕົນເອງຄືນໃໝ່ທີ່ໄດ້ເຮັດໃຫ້ເກີດມີຜົນຮ້າຍເຫຼົ່ານີ້, ລົບລ້າງແຫຼ່ງທີ່ມາຂອງບັນຫາຊາວອົບພະຍົບຢ່າງແທ້ຈິງ ແລະແບກຫາບໜ້າທີ່ອັນສົມຄວນໃນບັນຫາຊາວອົບພະຍົບ.