ຈີນສະແດງຄວາມຍ້ອງຍໍຕໍ່ລັດຖະບານກາຕາໃນການປະຕິບັດຕາມຫຼັກການປະເທດຈີນດຽວ

2022-06-21 15:53:15 cri

      ອີງຕາມການລາຍງານຂ່າວໃຫ້ຮູ້ວ່າ: ຝ່າຍຈັດຕັ້ງການແຂ່ງຂັນເຕະບານໂລກກາຕາ 2022 (The FIFA World Cup - Qatar 2022) ໄດ້ດັດແກ້ “ໄຕ້ຫວັນ” ໃນຊື່ປະເທດແລະເຂດແຄວ້ນທີ່ຈົດທະບຽນເຂົ້າຮ່ວມການແຂ່ງຂັນຜ່ານທາງເວັບໄຊຂອງຕົນເປັນ “ໄຕ້ເປຈີນ”. ຕໍ່ກັບເລື່ອງນີ້ ທ່ານ ຫວ່າງເຫວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນເວລາຕອບຄຳຖາມໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 20 ມິຖຸນານີ້ວ່າ: ຈີນສະແດງຄວາມຍ້ອງຍໍຕໍ່ລັດຖະບານກາຕາໃນການປະຕິບັດຕາມຫຼັກການປະເທດຈີນດຽວ, ພ້ອມທັງແກ້ໄຂເລື່ອງທີ່ກ່ຽວຂ້ອງຕາມກົດລະບຽບຂອງການແຂ່ງຂັນກິລາສາກົນທີ່ກຳນົດໄວ້.

      ທ່ານ ຫວ່າງເຫວີນປິ່ນ ກ່າວຢ້ຳວ່າ: ໄຕ້ຫວັນແມ່ນພາກສ່ວນໜຶ່ງຂອງຈີນ, ການຍຶດໝັ້ນຫຼັກການປະເທດຈີນດຽວແມ່ນກົດລະບຽບພື້ນຖານຂອງການພົວພັນສາກົນແລະຄວາມຮັບຮູ້ໂດຍທົ່ວໄປຂອງປະຊາຄົມໂລກ.