ຢູ່ນະຄອນຫຼວງວໍຊິງຕັນຂອງອາເມຣິກາເກີດເຫດຍິງກັນເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນແລະບາດເຈັບ 3 ຄົນ

2022-06-21 17:21:40 CRI

 

ຕາມຂ່າວCRI: ໃນຕອນກາງຄືນຂອງວັນທີ 19 ມິຖຸນານີ້ທີ່ນະຄອນຫຼວງວໍຊິງຕັນຂອງອາເມຣິກາໄດ້ເກີດເຫດຍິງກັນ, ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນແລະບາດເຈັບ 3 ຄົນ.

 

ອີງຕາມແຈ້ງການຈາກຝ່າຍຕຳຫຼວດນະຄອນຫຼວງວໍຊິງຕັນຂອງອາເມຣິກາໃຫ້ຮູ້ວ່າ: ເຫດການຍິງກັນຄັ້ງນີ້ເກີດຂຶ້ນຢູ່ສູນການຄ້າແຫ່ງໜຶ່ງທາງພາກເໜືອຂອງນະຄອນວໍຊິງຕັນ, ຢູ່ບໍລິເວນເກີດເຫດພວມຈັດກິດຈະກຳສະແດງດົນຕີກາງແຈ້ງ. ຜູ້ເສຍຊີວິດ 1 ຄົນແມ່ນເຍົາວະຊົນອາຍຸ 15 ປີ, ສ່ວນຜູ້ບາດເຈັບ 3 ຄົນລວມມີຕຳຫຼວດໜຶ່ງຄົນ.

 

ຝ່າຍຕຳຫຼວດໄດ້ປິດລ້ອມເສັ້ນທາງເຂົ້າອອກຢູ່ບໍລິເວນເກີດເຫດແລະວຽກງານສືບສວນພວມດຳເນີນຢູ່, ປັດຈຸບັນນີ້ຍັງບໍ່ມີຂໍ້ມູນກ່ຽວກັບຜູ້ຕ້ອງສົງໄສ.