ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 5 ໄດ້ເຊັນສັນຍາກັບວິສາຫະກິດທີ່ເຂັ້ມແຂງໃນໂລກ 260 ແຫ່ງ

2022-06-22 14:38:30 CRI


     ວັນທີ 21 ມິຖຸນາປີ 2022 ນີ້, ນັກຂ່າວໄດ້ຊາບຂໍ້ມູນຈາກກອງປະຊຸມແຈ້ງສະພາບການກະກຽມງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 5 ກໍ່ຄືພິທີເຊັນສັນຍາວ່າ: ວຽກງານກະກຽມດ້ານຕ່າງໆຂອງງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 5 ພວມມີຄວາມຄືບໜ້າຢ່າງໜັກແໜ້ນ, ເນື້ອທີ່ການວາງສະແດງສຳລັບວິສາຫະກິດຕ່າງໆໃນສັນຍາກວມເນື້ອທີ່ໃນແຜນ 76%, ມີວິສາຫະກິດໃນ 500 ວິສາຫະກິດທີ່ເຂັ້ມແຂງຂອງໂລກ ແລະວິສາຫະກິດທີ່ນຳໜ້າໃນຂະແໜງການ 260 ແຫ່ງໄດ້ເຊັນສັນຍາເຂົ້າຮ່ວມງານວາງສະແດງຄັ້ງນີ້.


    ທ່ານຊຸ່ນເຊິງໄຫ ຮອງຫົວໜ້າກົມການວາງສະແດງສິນຄ້ານຳເຂົ້າສາກົນຈີນກ່າວວ່າ: ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 5 ຈະຈັດຂຶ້ນລະຫວ່າງວັນທີ 5 ຫາວັນທີ 10 ພະຈິກປີນີ້, ເວທີປຶກສາຫາລືຮົງຊຽວຈະສືບຕໍ່ປະກາດ“ບົດລາຍງານການເປີດປະຕູຂອງໂລກ 2022” ແລະດັດສະນີການເປີດປະຕູຂອງໂລກ, ກຳນົດທິດທາງຂອງການເປີດປະຕູຮ່ວມກັນຂອງໂລກ ແລະສັນຍາລັກຂອງການເປີດປະຕູລະດັບສູງຂອງຈີນ, ພ້ອມທັງເຮັດໃຫ້ເວທີປຶກສາຫາລືຮົງຊຽວມີບົດບາດຫຼາຍກວ່າເກົ່າ. ການວາງສະແດງສຳລັບບັນດາປະເທດແມ່ນໃຫ້ປະເທດທີ່ຢາກເຂົ້າຮ່ວມງານວາງສະແດງນຳໃຊ້ເວັບໄຊທາງການຂອງງານວາງສະແດງສິນຄ້ານຳເຂົ້າສາກົນຈີນດຳເນີນການວາງສະແດງຜ່ານທາງອອນລາຍ, ມາຮອດປັດຈຸບັນໄດ້ມີຫຼາຍປະເທດຢືນຢັນຈະເຂົ້າຮ່ວມງານວາງສະແດງຄັ້ງນີ້.