ສ.ເກົາຫຼີ ຍິງສົ່ງຈະຫຼວດສົ່ງຍານທີ່ຄົ້ນຄວ້າຜະລິດເອງຂຶ້ນສູ່ອະວະກາດຢ່າງສຳເລັດຜົນ

2022-06-22 15:16:00 cri

      ລັດຖະບານ ສ.ເກົາຫຼີ ປະກາດໃນວັນທີ 21 ມິຖຸນານີ້ວ່າ: ໃນມື້ດັ່ງກ່າວ, ປະເທດຕົນໄດ້ຍິງສົ່ງຈະຫຼວດສົ່ງຍານ “ນູຣີ” ທີ່ຄົ້ນຄວ້າຜະລິດເອງຂຶ້ນສູ່ອະວະກາດຢ່າງສຳເລັດຜົນ, ດາວທຽມທີ່ບັນທຸກໂດຍຈະຫຼວດດັ່ງກ່າວໄດ້ເຂົ້າສູ່ວົງໂຄຈອນທີ່ກຳນົດໄວ້.

      ອີງຕາມກະຊວງວິທະຍາສາດເຕັກນິກ,ຂໍ້ມູນຂ່າວສານແລະໂທລະຄົມ ສ.ເກົາຫຼີ ແລະ ສະຖາບັນຄົ້ນຄວ້າການບິນອະວະກາດ ສ.ເກົາຫຼີ ແຈ້ງໃຫ້ຮູ້ວ່າ: ເວລາ 16 ໂມງຂອງວັນທີ 21 ມິຖຸນານີ້ຕາມເວລາທ້ອງຖິ່ນ (ເວລາ 14 ໂມງຕາມເວລາວຽງຈັນ), ຈະຫຼວດສົ່ງຍານດັ່ງກ່າວໄດ້ຮັບການຍິງສົ່ງຂຶ້ນສູ່ອະວະກາດຢູ່ສູນອະວະກາດນາໂຣທີ່ຕັ້ງຢູ່ເມືອງໂກເຮັງກັນແຂວງເຈວລານາມໂດຂອງ ສ.ເກົາຫຼີ, ດາວທຽມຢັ້ງຢືນກວດສອບສະມັດຖະພາບທີ່ບັນທຸກໂດຍຈະຫຼວດສົ່ງຍານດັ່ງກ່າວໄດ້ເຂົ້າສູ່ວົງໂຄຈອນທີ່ກຳນົດໄວ້ຢ່າງສຳເລັດຜົນ.

      ກະຊວງດັ່ງກ່າວແຈ້ງໃຫ້ຮູ້ຕື່ມວ່າ:  ຄາດວ່າຮອດປີ 2027, ລັດຖະບານ ສ.ເກົາຫຼີ ມີແຜນຈະດຳເນີນການຍິງສົ່ງດັ່ງກ່າວອີກ 4 ຄັ້ງ, ເພື່ອຍົກສູງຄວາມອາດເປັນໄປໄດ້ຂອງການຍິງສົ່ງ.