ລາຍຮັບການເງິນສູນກາງຈີນໃນປີ 2021 ມີຫຼາຍກວ່າ 9 ພັນຕື້ຢວນ

2022-06-22 15:17:03 cri

      ວັນທີ 21 ມິຖຸນານີ້, ທ່ານ ລິວຄຸນ ລັດຖະມົນຕີກະຊວງການເງິນຈີນກ່າວວ່າ: ປີ 2021, ລາຍຮັບງົບປະມານສາທາລະນະໂດຍທົ່ວໄປຂອງສູນກາງຈີນໄດ້ມີເຖິງ 9.147,041 ຕື້ຢວນ, ກວມ 102,3% ຂອງງົບປະມານ, ເພີ່ມຂຶ້ນ 10,5% ເມື່ອທຽບໃສ່ປີ 2020. ບວກກັບງົບປະມານຈາກກອງທຶນປັບຄວາມໝັ້ນທ່ຽງຂອງງົບປະມານສູນກາງຈີນ,ງົບປະມານ

ກອງທຶນຈາກລັດຖະບານສູນກາງຈີນແລະງົບປະມານນຳໃຊ້ທຶນຂອງລັດສູນກາງຈີນມີທັງໝົດ 193,5 ຕື້ຢວນແລ້ວ, ລາຍຮັບລວມທັງໝົດແມ່ນມີເຖິງ 9.340,541 ຕື້ຢວນ.

      ໂດຍໄດ້ຮັບການມອບໝາຍຈາກຄະນະລັດຖະບານ, ວັນທີ 21 ມິຖຸນານີ້, ທ່ານ ລິວຄຸນ ໄດ້ລາຍງານສະພາບງົບປະມານສູນກາງຈີນປີ 2021 ຕໍ່ກອງປະຊຸມຄັ້ງທີ 35 ຂອງຄະນະກຳມະການປະຈຳສະພາປະຊາຊົນແຫ່ງຊາດຈີນຊຸດທີ 13.