ວົງການອຸດສາຫະກຳການຄ້າເປັນກຳລັງຫຼັກແຫຼ່ງໃນການຊຸກຍູ້ການຮ່ວມມືຕົວຈິງລະຫວ່າງບັນດາປະເທດບຣິກສ

2022-06-22 22:25:00 CRI


ຕອນຄ່ຳວັນທີ 22ມິຖຸນານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມພິທີເປີດກອງປະຊຸມເວທີປຶກສາຫາລືອຸດສາຫະກຳການຄ້າບັນດາປະເທດບຣິກສຜ່ານທາງວິດີໂອພ້ອມທັງໄດ້ກ່າວຄຳປາໄສໃນຫົວຂໍ້ “ກຳແໜ້ນກະແສແຫ່ງຍຸກສະໄໝ ເພື່ອສ້າງອະນາຄົດທີ່ສະຫວ່າງສະໄຫວ”


   ທ່ານສີຈິ້ນຜິງກ່າວວ່າ: “ກົນໄກການຮ່ວມມືບັນດປະເທດບຣິກສແມ່ນເວທີສຳຄັນແຫ່ງການຮ່ວມມືລະຫວ່າງປະເທດທີ່ເປັນຕະຫຼາດຈະເລີນໃໝ່ແລະປະເທດພວມພັດທະນາ. ວົງການອຸດສາຫະກຳການຄ້າເປັນກຳລັງຫຼັກແຫຼ່ງໃນການຊຸກຍູ້ການຮ່ວມມືຕົວຈິງລະຫວ່າງບັນດາປະເທດບຣິກສ. ປັດຈຸບັນ, ການຮ່ວມມືລະຫວ່າງບັນດາປະເທດບຣິກສໄດ້ເຂົ້າສູ່ໄລຍະໃໝ່ແຫ່ງການພັດທະນາດ້ວຍຄຸນນະພາບສູງ. ຫວັງວ່າ ບັນດານັກວິສາຫະກິດຈົ່ງເສີມຂະຫຍາຍຈິດໃຈທີ່ເດັດດ່ຽວໜຽວແໜ້ນ, ກ້າສູ້ຊົນຢູ່ແຖວໜ້າ, ເປັນຜູ້ຊຸກຍູ້ການພັດທະນາດ້ວຍການເປີດປະຕູສູ່ພາຍນອກ, ເປັນຜູ້ນຳໜ້າການພັດທະນາດ້ວຍການປະສິດສ້າງ, ເປັນຜູ້ປະຕິບັດຕົວຈິງໃນການພັດທະນາແບບຊົມໃຊ້ຮ່ວມກັນ,ປະກອບສ່ວນເຂົ້າໃນການຮ່ວມມືລະຫວ່າງບັນດາປະເທດບຣິກສ. ”