“ທ່ານສີຈິ້ນຜິງຢູ່ເມືອງເຈີ້ງຕິ້ງ” ພາກທີ 1: ກະແສການພັດທະນາເສດຖະກິດຢ່າງເປັນຂະບວນຟົດຟື້ນ

2022-06-22 10:03:53 cri


ແຕ່ເດືອນມີນາປີ 1982 ຫາ ເດືອນພຶດສະພາປີ 1985, ທ່ານສີຈິ້ນຜິງໄດ້ດຳລົງຕຳແໜ່ງເປັນຮອງເລຂາ ແລະ ເລຂາຄະນະພັກເມືອງເຈີ້ງຕິ້ງແຂວງເຮີເປີຍຈີນ

 

ເມືອງເຈີ້ງຕິ້ງແຂວງເຮີເປີຍເປັນເມືອງເກົ່າແກ່ທີ່ມີຊື່ສຽງທາງດ້າປະຫວັດສາດ ແລະ ວັດທະນະທຳ, ເຊິ່ງຫ່າງຈາກນະຄອນຫຼວງປັກກິ່ງໄປທາງທິດໃຕ້ 240 ກິໂລແມັດ. ໃນສະໄໝບູຮານ, ເຄີຍຖືກເອີ້ນເປັນ “3 ເມືອງສຳຄັນທາງພາກເໜືອ” ໂດຍຮ່ວມກັບປັກກິ່ງ ແລະ ປາວຕິ້ງ.
 

ຢູ່ເມືອງເຈີ້ງຕິ້ງມີເນື້ອທີ່ດິນປູກຝັງທີ່ອຸດົມສົມບູນ, ເປັນສະຖານທີ່ສວຍສົດງົດງາມ ແລະ ຮັ່ງມີມັ່ງຄັ່ງຕັ້ງແຕ່ບູຮານນະການ, ເຄີຍເປັນເມືອງກ້າວໜ້າໃນດ້ານການພັດທະນາກະສິກຳ.

ເມື່ອຕົ້ນຊຸມປີ 1980, ທົ່ວປະເທດຈີນໄດ້ເລີ່ມການປະຕິຮູບ ແລະ ການເປີດປະຕູສູ່ພາຍນອກ, ແຕ່ປະຊາຊົນເມືອງເຈີ້ງຕິ້ງຍັງລຶ້ງກັບຮູບແບບເກົ່າ, ເມືອງເຈີ້ງຕິ້ງຈຶ່ງກາຍເປັນ “ເມືອງທຸກຍາກທີ່ມີຜົນຜະລິດສູງ”.

 

ກໍແມ່ນໃນໄລຍະນັ້ນ, ທ່ານສີຈິ້ນຜິງທີ່ມີອາຍຸ 28 ປີໄດ້ໄປຮອດເມືອງເຈີ້ງຕິ້ງ.
 

ປະຊາຊົນຫຼາຍຄົນຍັງຈື່ໄດ້ຢ່າງຈະແຈ້ງວ່າ, ໃນຕອນເຊົ້າມື້ໜຶ່ງຂອງຕົ້ນເດືອນເມສາປີ 1982, ຜູ້ບ່າວສູງໆຜູ້ໜຶ່ງໂດດລົງຈາກລົດຈິບ, ໂດຍໃສ່ຊຸດທະຫານທີ່ມີສີຈືດຈາງ, ເປ້ກະເປົາແບບງ່າຍດາຍ, ເຂົ້າອາໄສຢູ່ໃນຫ້ອງການເກົ່າທີ່ບໍ່ມີເຄື່ອງເຮືອນຫຍັງ. ໃນຕອນເລີ່ມຕົ້ນ, ປະຊາຊົນມີຄວາມສົງໄສຫຼາຍຢ່າງຕໍ່ກັບຜູ້ບ່າວທີ່ມາຈາກນະຄອນຫຼວງຜູ້ນີ້, ບາງຄົນໄດ້ຖືເບົາວ່າ, ນີ້ເປັນລູກເຕົ້າຂອງຜູ້ນຳຂັ້ນສູງ, ພຽງແຕ່ລົງຮາກຖານເພື່ອເພີ່ມເນື້ອໃນໃນຊີວະປະຫວັດເທົ່ານັ້ນ, ບໍ່ຮອດເຄິ່ງປີກໍຈະທົນທຸກບໍ່ໄດ້ ແລະ ຈະໜີໄປເລີຍ.

 

ແຕ່ວ່າ, ທ່ານສີຈິ້ນຜິງໄດ້ເລີ່ມເຮັດວຽກຢ່າງໜັກໜ່ວງ, ກິນຢູ່ ແລະອອກແຮງງານຮ່ວມກັນກັບປະຊາຊົນ, ບໍ່ມີທ່າທາງອວດອົ່ງຖືຕົວແມ່ນແຕ່ໜ້ອຍດຽວເລີຍ, ໄດ້ເຂົ້າໃກ້ຊິດ ແລະ ສະໜິດສະໜົມກັບປະຊາຊົນທົ່ວໄປ.


ກ່ອນທີ່ຈະໄປຮອດເມືອງເຈີ້ງຕິ້ງ, ທ່ານສີຈິ້ນຜິງບໍ່ຮູ້ສະພາບຄວາມເປັນຈິງຂອງເມືອງເຈີ້ງຕິ້ງຫຼາຍປານໃດ. ຫຼັງຈາກດຳລົງຕຳແໜ່ງແລ້ວ, ທ່ານບໍ່ໄດ້ນັ່ງຢູ່ລ້າໆໃນຫ້ອງການ, ຫາກໄດ້ລົງຮາກຖານເພື່ອຢາມແຕ່ລະຄອບຄົວ ແລະ ລົມກັບຊາວບ້ານ, ຖອດຖອນບົດຮຽນນຳທຸກສະຫາຍຢ່າງຖ່ອມຕົວ.
  

ໂດຍຜ່ານການສຳຫຼວດ, ທ່ານສີຈິ້ນຜິງຈິ່ງຮັບຮູ້ວ່າ, ເມືອງເຈີ້ງຕິ້ງຍັງຄ້າງຢູ່ໃນຮູບແບບເກົ່າໂດຍຊອກຫາທາງເອົາໂຕລອດບໍ່ໄດ້, ຄື: ສະແຫວງຫາປະລິມານຜົນຜະລິດສະບຽງອາຫານພຽງຢ່າງດຽວ, ແຕ່ບໍ່ໄດ້ສົ່ງເສີມການປູກພືດອື່ນໆ, ກໍບໍ່ໄດ້ພັດທະນາຂະແໜງການສຳຮອງຫຼາຍປານໃດ. ເຖິງຈະມີຜົນຜະລິດສະບຽງອາຫານຫຼາຍສູງ, ແຕ່ຫຼັງຈາກມອບພັນທະເຂົ້າຄັງລັດແລ້ວ, ສ່ວນເຫຼືອນັ້ນຈະບໍ່ພໍກິນເລີຍ.
 

ທ່ານສີຈິ້ນຜິງເຫັນວ່າ: “ການແກ້ໄຂບັນຫາເຂົ້າກິນເປັນວຽກຮີບດ່ວນໃນການແກ້ໄຂບັນຫາຂອງເມືອງເຈີ້ງຕິ້ງ”, ໂກຕາເກນຊື້ສະບຽງອາຫານເຂົ້າຄັງລັດສູງເກີນໄປນັ້ນໄດ້ເຮັດໃຫ້ໂຄງປະກອບກະສິກຳຂອງເມືອງເຈີ້ງຕິ້ງບໍ່ສົມດຸນກັນ, ຕ້ອງແກ້ໄຂໃນທັນທີ. ດັ່ງນັ້ນ, ທ່ານສີຈິ້ນຜິງ ແລະ ທ່ານນາງລວີອີ້ລານໄດ້ເດີນທາງໄປເທສະບານແຂວງແລະ ນະຄອນຫຼວງປັກກິ່ງ, ເພື່ອລາຍງານສະພາບຄວາມເປັນຈິງດ້ານຊີວິດການເປັນຢູ່ຂອງປະຊາຊົນເມືອງເຈີ້ງຕິງ ແລະ ຄວາມຫຍຸ້ງຍາກຂອງເມືອງຕົນຕໍ່ພາກສ່ວນຂັ້ນເທິງ. ຕົ້ນລະດູຮ້ອນຂອງປີ 1982, ຫຼັງຈາກໜ່ວຍງານລັດຖະບານລົງສຳຫຼວດສະພາບການຂອງເມືອງເຈີ້ງຕິ້ງແລ້ວ, ພາກສ່ວນຂັ້ນເທິງຕົກລົງປັບຫຼຸດໂກຕາເກນຊື້ສະບຽງອາຫານຈາກເມືອງເຈີ້ງຕິ້ງໃຫ້ໜ້ອຍລົງ, ເຊິ່ງໄດ້ຜ່ອນຄາຍບັນຫາຂາດເຂີນເຂົ້າກິນຂອງຊາວກະສິກອນຢູ່ເມືອງເຈີ້ງຕິ້ງໃນຂັ້ນເບື້ອງຕົ້ນ. ທ່ານເສີງປາວຮວຍທີ່ເປັນເຈົ້າເມືອງເມືອງເຈີ້ງຕິງໃນເວລານັ້ນໄດ້ເວົ້າຕໍ່ທ່ານສີຈິ້ນຜິງດ້ວຍຄວາມດີໃຈວ່າ: “ເຈົ້າໄດ້ສ້າງຄຸນງາມຄວາມດີອັນໃຫຍ່ຫຼວງໃຫ້ແກ່ປະຊາຊົນເມືອງເຈີ້ງຕິ້ງ.”

ທ່ານສີຈິ້ນຜິງມາແລ້ວ, ກາຍເປັນພາກສ່ວນໜຶ່ງຂອງປະຊາຊົນເມືອງເຈີ້ງຕິ້ງ, ທັງນຳເອົາສະຕິປັນຍາ ແລະ ທັດສະນະໃໝ່ມາ, ແລະນຳເອົາກະແສລົມແຫ່ງການປະຕິຮູບມາ, ຍິ່ງໄດ້ນຳເອົາຄວາມຫວັງມາໃຫ້ປະຊາຊົນເມືອງເຈີ້ງຕິ້ງເພື່ອສະແຫວງຫາຊີວິດການເປັນຢູ່ອັນດີງາມ.