ຕາລາງລາຍການ FM93Mhz

“ທ່ານສີຈິ້ນຜິງຢູ່ເມືອງເຈີ້ງຕິ້ງ” ພາກທີ 5: ພັດທະນາເສດຖະກິດຈາກວັດທະນະທຳທີ່​ມີປະຫວັດສາດອັນ​ຍາວ​ນານ

2022-06-22 12:10:53 cri

ເຈີ້ງຕິ້ງ ເປັນເມືອງເກົ່າແກ່ທີ່ມີຊື່ສຽງທາງດ້ານປະຫວັດສາດຂອງຈີນ, ນັບຕັ້ງແຕ່ສະໄໝລາຊະວົງເປີຍສີ (ປີ ຄສ 550-ປີຄສ 577) ເຈີ້ງຕິ້ງກໍເປັນທີ່ຕັ້ງຂອງເຂດບໍລິຫານສຳຄັນ. ໃນສະໄໝລາຊະວົງລຽວ (ປີ ຄສ 916-ປີຄສ1125)ແລະສະໄໝລາຊະວົງຈິ່ນ(ປີ ຄສ 1115-ປີຄສ1234)ຕ່າງກໍໄດ້ສ້າງລະຊະທານີຢູ່ແຫ່ງນີ້. ຍ້ອນມີປະຫວັດສາດອັນດົນນານ,ເຈີ້ງຕິ້ງມີບູຮານສະຖານແລະວັດທະນະທຳອຸດົມສົມບູນ.

 

ການທີ່ເຮັດແນວໃດຈິ່ງຈະສາມາດຂຸດຄົ້ນທ່າແຮງບົ່ມຊ້ອນ ເພື່ອເຮັດໃຫ້ການພັດທະນາເສດຖະກິດເມືອງເຈີ້ງຕິ້ງໄດ້ຮັບຜົນປະໂຫຍດຫຼາຍກວ່າເກົ່າຈາກວັດທະນະທຳປະຫວັດສາດອັນດົນນານນັ້ນ ແມ່ນບັນຫາທີ່ທ່ານສີຈິ້ນຜິງໄດ້ຕັ້ງໃຈຄົ້ນຄິດຢ່າງເລິກເຊິ່ງ.

 


ວັດລົງຊິງຂອງເມືອງເຈີ້ງຕິ້ງເປັນວັດໃຫຍ່ສ້າງຂຶ້ນໃນສະໄໝລາຊະວົງຊົ້ງ (ປີ ຄສ 960-ປີຄສ 1279) ທີ່ມີຊື່ສຽງໂດ່ງດັງໃນໂລກ, ຍິ່ງເປັນວັດຖຸບູຮານອັນລ້ຳຄ່າລະດັບຊາດແຫ່ງໜຶ່ງ. ແຕ່ວ່າ ວັດແຫ່ງນີ້ມີຄວາມເກົ່າແກ່ແລະເສຍຫາຍຢ່າງໜັກໜ່ວງເນື່ອງຈາກຜ່ານການເວລາດົນນານ. ຖ້າຢາກປະຕິສັງຂອນຢ່າງຮອບດ້ານ,ຕ້ອງໃຊ້ງົບປະມານ 30 ລ້ານຢວນ, ຖືວ່າເປັນໂຄງການໃຫຍ່ໃນຄາວນັ້ນ.

 

ທ່ານເຈຍຕ້າຊ່ານ ນັກປະພັນທີ່ເກີດແລະໃຫຍ່ຂຶ້ນຢູ່ເມືອງເຈີ້ງຕິ້ງຮູ້ດີກ່ຽວກັບປະຫວັດສາດແລະວັດທະນະທຳຂອງເຈີ້ງຕິ້ງ. ທ່ານສີຈິ້ນຜິງກໍໄປຢາມລາວຢູ່ເຮືອນເລື້ອຍໆໃນເວລາຫວ່າງ ເພື່ອປຶກສາເລື່ອງປະຕິສັງຂອນວັດລົງຊິງ. ຕໍ່ມາ, ພາຍໃຕ້ການສະເໜີຂອງທ່ານສີຈີ້ນຜິງ,  ເມືອງເຈີ້ງຕິ້ງໄດ້ທັບມ້າງລະບຽບການທີ່ບຸກຄົນບໍ່ແມ່ນສະມາຊິກພັກໃຫ້ດຳລົງຕຳແໜ່ງການນຳຂັ້ນຮອງເທົ່ານັ້ນ, ໂດຍໄດ້ແຕ່ງຕັ້ງທ່ານເຈ່ຍຕ້າຊ່ານເປັນຫົວໜ້າພະແນກວັດທະນະທຳເມືອງເຈີ້ງຕິ້ງ. ທ່ານສີຈິ້ນຜິງໄດ້ອອກໜ້າເຊື້ອເຊີນຊ່ຽວຊານທີ່ມີຊື່ສຽງທັງພາຍໃນແລະຕ່າງປະເທດມາສຳຫຼວດແລະປະເມີນຄວາມເປັນໄປໄດ້ຂອງການປະຕິສັງຂອນວັດລົງຊິງເລື້ອຍໆ, ສ່ວນທ່ານເຈ່ຍຕ້າຊ່ານກໍແລ່ນວຽກໄປມາລະຫວ່າງນະຄອນຫຼວງປັກກິ່ງ, ເທດສະບານແຂວງແລະເມືອງ, ໃນທີ່ສຸດກໍໄດ້ຮັບການສະໜັບສະໜູນຈາກຂັ້ນເທິງໃນດ້ານການລົງທຶນກ້ອນໃຫຍ່, ເມື່ອໄດ້ຜ່ານຜ່າຄວາມຫຍຸ້ງຍາກຕ່າງໆນາໆ, ກໍສາມາດປະຕິບັດໂຄງການປະຕິສັງຂອນວັດລົງຊິງໃຫ້ສຳເລັດ. ປີ 1984, ຈຳນວນນັກທ່ອງທ່ຽວທີ່ໄປທ່ຽວເມືອງເຈີ້ງຕິ້ງໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍເຖິງ 4 ແສນຄົນ; ປີ 1985, ຈຳນວນນັກທ່ອງທ່ຽວໄດ້ລື່ນກາຍ 5 ແສນຄົນ.

 


ປີ 1983, ໂທລະພາບສູນກາງຈີນໄດ້ວາງແຜນຖ່າຍທຳນະວະນິຍາຍອະມະຕະເລື່ອງ “ຄວາມຝັນໃນຫໍວິມານແດງ” ໃຫ້ເປັນລະຄອນໂທລະພາບ ທັງໄດ້ເລືອກສ້າງ “ສວນຕຳໜັກຢົງໂກວ” ຢູ່ເມືອງເຈີ້ງຕິ້ງ ເພື່ອໃຊ້ເປັນສະຖານທີ່ຖ່າຍທຳລະຄອນເປັນການຊົ່ວຄາວ, ເມື່ອສຳເລັດການຖ່າຍທຳລະຄອນໂທລະພາບແລ້ວແລ້ວກໍຈະປະຮ້າງເລີຍ. ແຕ່ວ່າ ທ່ານສີຈິ້ນຜິງ ທີ່ເປັນເລຂາຄະນະພັກເມືອງເຈີ້ງຕິ້ງໃນເວລານັ້ນເຫັນວ່າ: ນີ້ຄືໂອກາດທີ່ດີເພື່ອພັດທະນາຂະແໜງການທ່ອງທ່ຽວຂອງເມືອງຕົນ, ຖ້າວ່າສາມາດສ້າງ “ສວນຕຳໜັກຢົງໂກວ” ໃຫ້ເປັນສະຖາປັດຕະຍະກຳຖາວອນ, ຈະສາມາດຊຸກຍູ້ການພັດທະນາການທ່ອງທ່ຽວຂອງເມືອງເຈີ້ງຕິ້ງໃຫ້ຈະເລີນຫຼາຍຂຶ້ນກວ່າເກົ່າ. ທ່ານສີຈິ້ນຜິງກໍເລີຍສົ່ງຄົນໄປຕິດຕໍ່ກັບໂທລະພາບສູນກາງຈີນທັນທີ, ແລ້ວສອງຝ່າຍໄດ້ຕົກລົງເຊັນສັນຍາກັນໂດຍໄວ ຄືເມືອງເຈີ້ງຕິ້ງສະໜອງສະຖານທີ່ຖ່າຍທຳລະຄອນໂດຍບໍ່ເກັບຄ່າ, ສ່ວນທາງໂທລະພາບສູນກາງເປັນຜູ້ລົງທຶນກໍ່ສ້າງ.
 

ແຕ່ວ່າ ສິ່ງທີ່ຄາດບໍ່ເຖິງນັ້ນກໍຄື, ໃນໄລຍະຖ່າຍທຳ, ພາຍໃນທີມງານຖ່າຍທຳເລື່ອງ“ຄວາມຝັນໃນຫໍວິມານແດງ”ໄດ້ປະສົບຄວາມຫຍຸ້ງຍາກ,ຕ້ອງເພີ່ມງົບປະມານອີກ ຄື ຕ້ອງໃຫ້ເມືອງເຈີ້ງຕີ້ງລົງທຶນກ້ອນໃຫຍ່ໃສ່ກ່ອນ, ການນຳຫຼາຍໆທ່ານຂອງເມືອງເຈີ້ງຕິ້ງຕ່າງກໍເຫັນວ່າ ເຮັດແນວນີ້ມີຄວາມສ່ຽງສູງ, ດີບໍ່ດີອາດຈະເສຍຕົ້ນທຶນໄປໝົດກໍເປັນໄປໄດ້. ເມື່ອໄດ້ເຫັນສະຫາຍທັງຫຼາຍຕ່າງກໍບໍ່ມີຄວາມໝັ້ນໃຈ, ທ່ານສີຈິ້ນຜິງຮູ້ດີວ່າ ສິ່ງສຳຄັນທີ່ສຸດກໍຄືຕ້ອງແກ້ໄຂບັນຫາເງິນທຶນ, ເພິ່ນກໍເລີຍຊອກທຸກວິທີທາງໄປຫ້າງຫາເງິນທຶນຢູ່ແຫ່ງຕ່າງໆ ເພື່ອແກ້ໄຂບັນຫາເງິນທຶນໃຫ້ໄດ້.

 

ປີ 1987, ລະຄອນໂທລະພາບເລື່ອງ “ຄວາມຝັນໃນຫໍວິມານແດງ”ໄດ້ອອກອາກາດ, ເມືອງເຈີ້ງຕິ້ງກໍມີຊື່ສຽງອິດທິພົນສູງຂຶ້ນຢ່າງຫຼວງຫຼາຍ. ປີນັ້ນ, ມີນັກທ່ອງທ່ຽວ 1,3 ລ້ານຄົນໄດ້ມາທ່ຽວຊົມ, ລາຍໄດ້ຈາກປີເຂົ້າຊົມມີຫຼາຍກວ່າ 2,2 ລ້ານ ຢວນ, ສ້າງລາຍຮັບດ້ານການທ່ອງທ່ຽວຫຼາຍກວ່າ 17,6 ລ້ານຢວນ, ຖືວ່າໄດ້ທົດແທນຕົ້ນທຶນຄືນຢ່າງວ່ອງໄວ.  ສະຖານທີ່ທ່ອງທ່ຽວ “ສວນຕຳໜັກຢົງໂກວ” ໄດ້ກາຍເປັນ “ຮູບແບບເຈີ້ງຕິ້ງ” ໃນດ້ານການພັດທະນາການທ່ອງທ່ຽວ.