ຈັດກອງປະຊຸມຜູ້ຕາງໜ້າປະສານງານບັນດາປະເທດບຣິກສ໌ປີ 2022 ຄັ້ງທີ 3

2022-06-22 15:14:31 cri

      ວັນທີ 21 ມິຖຸນານີ້, ທ່ານ ໝ້າຈ່າວຊູ້ ເຈົ້າໜ້າທີ່ປະສານງານດ້ານວຽກງານບັນດາປະເທດບຣິກສ໌ຂອງຈີນ, ຮອງລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ເປັນປະທານຈັດກອງປະຊຸມຜູ້ຕາງໜ້າປະສານງານບັນດາປະເທດບຣິກສ໌ປີ 2022 ຄັ້ງທີ 3 ໂດຍມີຜູ້ຕາງໜ້າປະສານງານດ້ານວຽກງານຂອງບັນດາປະເທດບຣິກສ໌ຄື: ຣັດເຊຍ,ອິນເດຍ,ບຣາຊິນແລະອາຟຣິກາໃຕ້ໄດ້ເຂົ້າຮ່ວມ.

      ທ່ານ ໝ້າຈ່າວຊູ້ ໄດ້ທົບທວນຄືນຄວາມຄືບໜ້າທີ່ສຳຄັນທີ່ບັນດາປະເທດບຣິກສ໌ໄດ້ຮັບໃນຫຼາຍດ້ານເຊັ່ນ: ເສດຖະກິດການຄ້າແລະການເງິນ, ຄວາມໝັ້ນຄົງດ້ານການເມືອງແລະການແລກປ່ຽນດ້ານວັດທະນະທຳເປັນຕົ້ນນັບແຕ່ຈີນເຂົ້າຮັບໜ້າທີ່ເປັນປະເທດປະທານກອງປະຊຸມບັນດາປະເທດບຣິກສ໌ປີ 2022 ເປັນຕົ້ນມາ ໂດຍພາຍໃຕ້ຫົວຂໍ້ “ສ້າງການພົວພັນຄູ່ຮ່ວມທີ່ມີຄຸນນະພາບສູງ,ຮ່ວມກັນສ້າງຍຸກໃໝ່ແຫ່ງການພັດທະນາຂອງໂລກ”, ແລະໄດ້ແຈ້ງໃຫ້ຮູ້ການຈັດວາງທີ່ກ່ຽວຂ້ອງຂອງພິທີໄຂກອງປະຊຸມເວທີປຶກສາຫາລືອຸດສາຫະກຳການຄ້າບັນດາປະເທດບຣິກສ໌, ການເຈລະຈາຂອງຜູ້ນຳບັນດາປະເທດບຣິກສ໌ຄັ້ງທີ 14 ແລະກອງປະຊຸມເຈລະຈາລະດັບສູງການພັດທະນາຂອງໂລກທີ່ຈະຈັດຂຶ້ນລະຫວ່າງວັນທີ 22 ຫາ 24 ມິຖຸນານີ້. ທ່ານ ໝ້າຈ່າວຊູ້ ກ່າວຕື່ມວ່າ: ປັດຈຸບັນ, ວຽກງານກະກຽມຕ່າງໆຂອງຈີນໄດ້ສຳເລັດແລ້ວ, ເຊື່ອໝັ້ນວ່າພາຍໃຕ້ຄວາມພະຍາຍາມຮ່ວມຈາກບັນດາປະເທດ, ການເຈລະຈາຂອງຜູ້ນຳບັນດາປະເທດບຣິກສ໌ ຈະສາມາດປະສົບຜົນສຳເລັດຢ່າງຈົບງາມແນ່ນອນແລະຈະຊຸກຍູ້ການຮ່ວມມືລະຫວ່າງບັນດາປະເທດບຣິກສ໌ໃຫ້ກ້າວຂຶ້ນສູ່ລະດັບໃໝ່.

      ຜູ້ຕາງໜ້າຂອງບັນດາປະເທດທີ່ເຂົ້າຮ່ວມກອງປະຊຸມໄດ້ຍ້ອງຍໍສັນລະເສີນເປັນຢ່າງສູງຕໍ່ຈີນໃນການເສີມຂະຫຍາຍບົດບາດການນຳກໍຄືວຽກງານທີ່ໄດ້ເຮັດສຳເລັດແລ້ວໃນຖານະເປັນປະເທດປະທານ ພ້ອມທັງໄດ້ສະແດງຄວາມເຫັນດີຢ່າງເຕັມສ່ວນຕໍ່ໝາກຜົນແລະຄວາມຄືບໜ້າດ້ານການຮ່ວມມືທີ່ບັນດາປະເທດບຣິກສ໌ໄດ້ຮັບໃນຂົງເຂດຕ່າງໆໃນປີນີ້,ແລະກ່າວວ່າຈະສືບຕໍ່ເພີ່ມທະວີການຮ່ວມມື,ຮ່ວມກັນຊຸກຍູ້ໃຫ້ກອງປະຊຸມເຈລະຈາຜູ້ນຳບັນດາປະເທດບຣິກສ໌ໄດ້ຮັບໝາກຜົນທີ່ອຸດົມສົມບູນ.