“ທ່ານສີຈິ້ນຜິງຢູ່ເມືອງເຈີ້ງຕິ້ງ” ພາກທີ 6: ອອກແຮງພັດທະນາວຽກງານການສຶກສາ

2022-06-22 12:32:31 cri

ຢາກລົບລ້າງຄວາມທຸກຍາກໄດ້ຕ້ອງລົບລ້າງຄວາມງົມງວາຍຫຼ້າຫຼັງກ່ອນ, ຢາກແກ້ໄຂບັນຫາທຸກຍາກໄດ້ຕ້ອງແກ້ໄຂບັນຫາການສຶກສາກ່ອນ. ທ່ານສີຈິ້ນຜິງໃຫ້ຄວາມສຳຄັນສູງຕໍ່ວຽກງານການສຶກສາ.

 


ທ່ານສີຈິ້ນຜິງທີ່ເຮັດວຽກຢູ່ເຈິ້ງຕິ້ງ

 

ປີ1982, ພາຍຫຼັງທ່ານສີຈິ້ນຜິງຂຶ້ນດຳລົງຕຳແໜ່ງເປັນຮອງເລຂາຄະນະພັກເມືອງເຈີ້ງຕິ້ງບໍ່ດົນ, ທ່ານກໍໄດ້ ດຳເນີນການສຳຫຼວດອາຄານໂຮງຮຽນທີ່ເກົ່າແກ່ເປເພໃນທົ່ວເມືອງ ເຊິ່ງໄດ້ພົບວ່າ ໃນໂຮງຮຽນປະຖົມ 200 ກວ່າແຫ່ງມີອາຄານເກົ່າແກ່ເປ່ເພລວມທັງໝົດ 3590 ຕາແມັດ.

ທ່ານສີຈິ້ນຜິງໄດ້ເອົາໃຈໃສ່ວຽກງານໃນການປັບປຸງເງື່ອນໄຂການຮຽນການສອນຂອງໂຮງຮຽນໃຫ້ດີຂຶ້ນຢ່າງບໍ່ລົດລະໃນຕະຫຼອດເວລາທີ່ທ່ານເຮັດວຽກຢູ່ເມືອງເຈີ້ງຕິ້ງ.

ເດືອນຕຸລາປີ 1983, ທ່ານສີຈິ້ນຜິງໄດ້ສະເໜີອອກມາຢ່າງຈະແຈ້ງວ່າ: ຕ້ອງປະຕິຮູບການສຶກສາ ແຕ່ວ່າຕ້ອງປະຕິຮູບຢ່າງເປັນລະບຽບແບບແຜນ. ຕາມຫຼັກການດັ່ງກ່າວ,  ຄະນະນຳເມືອງເຈີ້ງຕິ້ງໄດ້ຄົ້ນຄວ້າແລະສ້າງເອກະສານຕ່າງໆ ໂດຍໄດ້ກຳນົດເອົາ ຄູສອນຢູ່ຊົນນະບົດເຂົ້າໃນເປົ້າໝາຍທີ່ມີເງິນເດືອນຕາມມາດຕະຖານພະນັກງານລັດ ແລ້ວໄດ້ຈ່າຍເງິນເດືອນທີ່ຕິດໜີ້ກັບຄູສອນຢູ່ຊົນນະບົດໃນຜ່ານມານັ້ນໃຫ້ຄົບຈຳນວນ, ເຊິ່ງສາມາດແກ້ໄຂບັນຫາສະຫວັດດີການແລະບັນຫາຕິດໜີ້ເງິນເດືອນຂອງຄູສອນຢູ່ຊົນນະບົດນັ້ນໃຫ້ດີສົມຄວນ.

ປີ 1984, ເມືອງເຈີ້ງຕິ້ງໄດ້ລະດົມເງິນທຶນໃຫ້ໄດ້ 1 ລ້ານ 8 ແສນ 7 ໝື່ນຢວນ ແລະໃຊ້ເຂົ້າໃນການສ້ອມແປງອາຄານເກົ່າແກ່ເປ່ເພ  1020 ຫຼັງທີ່ກວມເນື້ອທີ່ເກືອບ 15000 ຕາແມັດ, ຈັດຊື້ ໂຕະຕັ່ງ 3000 ກວ່າຊຸດ, ຍັງມີ 16 ບ້ານໄດ້ສ້າງອາຄານການຮຽນການສອນໃຫ້ແກ່ໂຮງຮຽນໃນບ້ານ.

ໃນຂະນະທີ່ກຳແໜ້ນວຽກງານການສຶກສາພື້ນຖານນັ້ນ, ທ່ານສີຈິ້ນຜິງຍັງໃຫ້ຄວາມສຳຄັນເປັນພິເສດໃນການຊຸກຍູ້ການພັດທະນາວຽກງານສຶກສາທິການເພື່ອປັບປຸງໂຄງສ້າງການຈັດຕັ້ງຂັ້ນເທິງຂອງເມືອງເຈີ້ງຕິ້ງໃຫ້ດີຂຶ້ນ, ປ່ຽນແປງຮູບແບບຈິດສຳນຶກດັ້ງເດີມຂອງພະນັກງານ.

ທ່ານສີຈິ້ນຜິງສຳນຶກວ່າ ການຫັນປ່ຽນແນວຄິດຈິດສຳນຶກຂອງພະນັກງານເປັນວຽກຮີບດ່ວນທີ່ສຸດ. ເພາະສະນັ້ນ, ທ່ານສີຈິ້ນຜິງຈິ່ງນຳໃຊ້ກາລະໂອກາດຕ່າງໆເພື່ອເລົ່າສູ່ພະນັກງານຟັງກ່ຽວກັບສະພາບການພັດທະນາຂອງເຂດແຄມທະເລທີ່ພັດທະນາຢ່າງວ່ອງໄວ, ຮູບແບບທີ່ກ້າວໜ້າທັນສະໄໝຂອງຕ່າງປະເທດກໍຄືແນວຄິດໃໝ່ຈຳນວນໜຶ່ງກ່ຽວກັບການປະຕິຮູບແລະເປີດປະຕູສູ່ພາຍນອກ.

 ຂະນະດຽວກັນ, ທ່ານສີຈິ້ນຜິງຍັງໄດ້ສຸມກຳລົງເຂົ້າໃນການສຶກສາເພື່ອຍົກລະດັບຄວາມຮູ້ຄວາມສາມາດຂອງພະນັກງານທັງຫຼາຍ. ພາຍຫຼັງທ່ານສີຈິ້ນຜິງກັບຈາກການເຂົ້າສອບເສັງຄວາມຮູ້ດ້ານການເມືອງແລະເສດຖະກິດສຳລັບເລຂາຄະນະພັກເມືອງຂັ້ນແຂວງ,ຂັ້ນນະຄອນແລ້ວ, ທ່ານກໍຮຽກຮ້ອງໃຫ້ພະນັກງານບັນດາກົງຈັກທີ່ຂຶ້ນກັບການຄຸ້ມຄອງຂອງເມືອງໂດຍກົງນັ້ນຕ້ອງລົງເລິກຮ່ຳຮຽນຄວາມຮູ້ເສດຖະສາດການເມືອງ, ການບໍລິຫານເສດຖະກິດແຫ່ງຊາດແລະວິຊາອື່ນໆໃນທັນທີ. ທ່ານສີຈິ້ນຜິງອອກບົດສອບເສັງໂດຍຮຽບຮຽງເອົາຄວາມຮູ້ໃໝ່,ແນວຄິດໃໝ່ແລະບັນຫາຈຳນວນໜຶ່ງທີ່ກ່ຽວກັບການປະຕິຮູບນັ້ນມາສອບເສັງພະນັກງານທັງຫຼາຍ ທັງເປັນຜູ້ຕິດຕາມການສອບເສັ້ງດ້ວຍຕົນເອງ. ຜ່ານຈາກມາດຕະການເຫຼົ່ານີ້,ເພື່ອເຮັດໃຫ້ພະນັກງານທັງຫຼາຍເພີ່ມທະວີການຮຽນແລະຫັນປ່ຽນທັດສະນະ. 

 ພວກສະຫາຍຂອງຫ້ອງຄົ້ນຄວ້ານະໂຍບາຍຄະນະພັກເມືອງເຈີ້ງຕິ້ງໄດ້ສະຫຼຸບວ່າ: ການທີ່ເມືອງເຈີ້ງຕິ້ງປະຕິບັດການສຶກສາອົບຮົມຕໍ່ພະນັກງານນັ້ນໄດ້ຍົກລະດັບຄວາມຮູ້ຄວາມສາມາດຂອງຖັນແຖວພະນັກງານ, ຍິ່ງເປັນການບຳລຸງກໍ່ສ້າງພະນັກງານສຳຮອງໃຫ້ມີແນວຄິດທັນສະໄໝຢ່າງແຮງກ້າ. ທ່ານສີຈິ້ນຜິງໄດ້ກຳແໜ້ນວຽກງານດ້ານນີ້ຢ່າງບໍ່ລົດລະ ເພາະວ່າມັນເປັນພື້ນຖານທີ່ຊຸກຍູ້ໃຫ້ເສດຖະກິດເມືອງເຈີ້ງຕິ້ງພັດທະນາຢ່າງວ່ອງໄວຂຶ້ນ. ຍຸດທະສາດຊັບພະຍາກອນມະນຸດ ເປັນຍຸທະສາດສຳຄັນທີ່ສຸດໃນຍຸດທະສາດທຸກຢ່າງ.