ຂ່າວສານຊີ່ນຮວາລາຍງານໃນວັນທີ 21 ມິຖຸນານີ້ວ່າ: ປຶ້ມທີ່ມີຊື່ວ່າ “ວຽກງານຊາວໜຸ່ມຂອງພັກ”ທີ່ຂຽນໂດຍສະຫາຍສີຈິ້ນຜິງເຊິ່ງຮຽບຮຽງໂດຍສະຖາບັນຄົ້ນຄວ້າປະຫວັດສາດຂອງພັກແລະເອກະສານຂອງສູນກາງພັກກອມມູນິດຈີນ, ໄດ້ຮັບການພິມໂດຍສຳນັກພິມຈຳໜ່າຍເອກະສານສູນກາງແລະຈຳໜ່າຍໃນທົ່ວປະເທດໃນມໍ່ໆມານີ້.
ປຶ້ມເຫຼັ້ມນີ້, ໄດ້ໂຮມສູນບົດຂຽນສຳຄັນ 60 ບົດກ່ຽວກັບວຽກງານຊາວໜຸ່ມຂອງພັກທີ່ຂຽນໂດຍສະຫາຍສີຈິ້ນຜິງ, ໃນນັ້ນມີບົດຂຽນຈຳນວນໜຶ່ງແມ່ນໄດ້ຮັບການເປີດເຜີຍເປັນຄັ້ງທຳອິດ.