ຈີນກ່າວປະນາມແລະຄັດຄ້ານອາເມຣິກາທີ່ມີເຈຕະນາສ້າງສະພາບໄພຫວ່າງງານແບບບັງຄັບຢູ່ເຂດຊີ່ນຈ່ຽງຈີນດ້ວຍຂໍ້ອ້າງທາງກົດໝາຍ

2022-06-22 14:55:15 CRI


     ວັນທີ 21 ມິຖຸນາປີ 2022 ນີ້, ໃນກອງປະຊຸມຖະແຫຼງຂ່າວ, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບໂຕ້ກ່ຽວກັບອາເມຣິກາມີເຈຕະນາສ້າງສະພາບໄພຫວ່າງງານແບບບັງຄັບຢູ່ເຂດຊີ່ນຈ່ຽງຈີນດ້ວຍຂໍ້ອ້າງທາງກົດໝາຍ, ທ່ານກ່າວວ່າ: ຈີນກ່າວປະນາມຢ່າງຮຸນແຮງແລະຄັດຄ້ານຢ່າງເດັດດ່ຽວຕໍ່ການກະທຳດັ່ງກ່າວຂອງອາເມຣິກາ, ຈະໃຊ້ມາດຕະການຢ່າງແຂງແຮງ, ເພື່ອປົກປ້ອງສິດແລະຜົນປະໂຫຍດທີ່ຊອບດ້ວຍກົດໝາຍຂອງວິສາຫະກິດແລະພົນລະເມືອງຈີນຢ່າງເດັດດ່ຽວໜຽວແໜ້ນ.


     ຕາມຂ່າວແຈ້ງໃຫ້ຮູ້ວ່າ: ອາເມຣິກາເລີ່ມປະຕິບັດກົດໝາຍທີ່ມີຈຸດປະສົງເພື່ອສະກັດກັ້ນການຜະລິດຂອງເຂດຊີ່ນຈ່ຽງຈີນນັບແຕ່ວັນທີ 21 ມິຖຸນານີ້ເປັນຕົ້ນໄປ.


     ໃນເວລາຕອບຄຳຖາມທີ່ກ່ຽວຂ້ອງຂອງນັກຂ່າວ, ທ່ານວ່າງເວີນປິ່ນກ່າວວ່າ: ອັນທີ່ວ່າ ຢູ່ເຂດຊີ່ນຈ່ຽງຈີນມີການໃຊ້ແຮງງານແບບບັງຄັບ, ແມ່ນຄຳຫຼອກລວງທີ່ອິດທິກຳລັງຕໍ່ຕ້ານຈີນສ້າງຂຶ້ນເພື່ອໃສ່ຮ້າຍປ້າຍສີຈີນ, ມັນຝືນກັບສະພາບຄວາມເປັນຈິງຢູ່ເຂດຊີ່ນຈ່ຽງທີ່ມີການຜະລິດດອກຝ້າຍດ້ວຍກົນຈັກຢ່າງຂະໜາດໃຫຍ່ ສິດແລະຜົນປະໂຫຍດດ້ານການອອກແຮງງານຂອງປະຊາຊົນບັນດາເຜົ່າເຂດຊີ່ນຈ່ຽງໄດ້ມີການຮັບປະກັນຢ່າງແທ້ຈິງ. ອາເມຣິກາຖືຄຳຫຼອກລວງເປັນຫຼັກຖານອ້າງອີງ, ວາງແລະປະຕິບັດກົດໝາຍວ່າດ້ວຍການປ້ອງກັນການໃຊ້ແຮງງານອຸຍເກີແບບບັງຄັບ, ລົງໂທດວິສາຫະກິດແລະບຸກຄົນທີ່ກ່ຽວຂ້ອງຂອງເຂດຊີ່ນຈ່ຽງ, ບໍ່ພຽງແຕ່ເປັນການສົ່ງເສີມຄຳຫຼອກລວງເທົ່ານັ້ນ, ຍັງເປັນການຍົກລະດັບການສະກັດກັ້ນການພັດທະນາຂອງຈີນດ້ວຍຂໍ້ອ້າງສິດທິມະນຸດ, ຍິ່ງແມ່ນຫຼັກຖານຕົວຈິງທີ່ອາເມຣິກາທຳລາຍລະບຽບການເສດຖະກິດການຄ້າສາກົນ ແລະຄວາມໝັ້ນທ່ຽງຂອງຕ່ອງໂສ້ການຜະລິດແລະຕ່ອງໂສ້ການສະໜອງສາກົນອີກດ້ວຍ.


     ທ່ານວ່າງເວີນປິ່ນຍັງຊີ້ໃຫ້ເຫັນວ່າ: ອາເມຣິກາມີເຈຕະນາສ້າງສະພາບໄພຫວ່າງງານແບບບັງຄັບຢູ່ເຂດຊີ່ນຈ່ຽງຈີນດ້ວຍຂໍ້ອ້າງທາງກົດໝາຍ, ຊຸກຍູ້ການຕັດສາຍພົວພັນກັບຈີນໃນທົ່ວໂລກ, ສິ່ງນີ້ໄດ້ເຜີຍໃຫ້ຮູ້ທາດແທ້ຂອງອາເມຣິກາທີ່ເປັນເຈົ້າອຳນາດຢ່າງເຕັມທີ່ ແລະສະແດງໃຫ້ເຫັນວ່າ ອາເມຣິກາແມ່ນທຳລາຍສິດທິມະນຸດດ້ວຍຂໍ້ອ້າງສິດທິມະນຸດ, ທຳລາຍລະບຽບການດ້ວຍຂໍ້ອ້າງລະບຽບການ. ອາເມຣິກາໃຊ້ການກະທຳໂດຍຝືນກັບກະແສຂອງຍຸກສະໄໝ, ແລະຈະປະລາໄຊຢ່າງແນ່ນອນ.