“ທ່ານສີຈິ້ນຜິງຢູ່ເມືອງເຈີ້ງຕິ້ງ” ພາກທີ 8: ສະຕິພັກຕັດສິນຊີ້ຂາດແບບແຜນຂອງພັກ

2022-06-22 13:01:47 cri

ສະຕິພັກຕັດສິນຊີ້ຂາດແບບແຜນຂອງພັກ. ຫຼັງຈາກສະຫາຍສີຈິ້ນຜິງດຳລົງຕຳແໜ່ງເປັນການນຳຂອງເມືອງເຈີ້ງຕິ້ງແລ້ວ, ໄດ້ເນັ້ນການເພີ່ມທະວີການສຶກສາອົບຮົມສະຕິພັກຂອງພະນັກງານພັກເປັນພິເສດ. ທ່ານສີຈິ້ນຜິງຮຽກຮ້ອງໃຫ້ອົງການພັກທຸກຂັ້ນດຳເນີນ “3 ກອງປະຊຸມ 1 ການຮຽນ”ເປັນຢ່າງດີ, ( 3 ກອງປະຊຸມຄື, ຈັດກອງປະຊຸມໜ່ວຍພັກ, ກອງປະຊຸມຄະນະປະຈຳໜ່ວຍພັກ ແລະ ກອງປະຊຸມຈຸພັກຢ່າງເປັນປະຈຳ, 1 ການຮຽນ ຄື ຮຽນທິດສະດີຂອງພັກ), ເພື່ອແກ້ໄຂບັນຫາການດຳເນີນຊີວິດການເມືອງຂອງຄະນະນຳເອງບໍ່ໄດ້ເຮັດເປັນປົກກະຕິ, ບໍ່ເຂັ້ມງວດ ຂາດຄວາມສາມັກຄີ ແລະ ອ່ອນແອ.

ທ່ານກ່າວເຜີຍສີ, ຫົວໜ້າໜ່ວຍສື່ສານຄະນະໂຄສະນາຄະນະພັກເມືອງເຈີ້ງຕິ້ງໃນເວລານັ້ນກ່າວວ່າ, “ປະກົດການຫຍໍ້ທໍ້ມີຮູບແບບຕ່າງກັນໃນໄລຍະຕ່າງໆ.” ໃນຕອນນັ້ນ, ບັນຫາຕົ້ນຕໍທີ່ປະຊາຊົນມີຫາງສຽງຮຸນແຮງທີ່ສຸດມີ 3 ຢ່າງ, ຄື: ພະນັກງານການນຳຂອງລັດປຸກເຮືອນ ແລະ ແບ່ງເຮືອນນະໂຍບາຍຢ່າງຜິດລະບຽບການ, ການກະທຳຜິດລະບຽບການໂດຍ “ຫັນສຳມະໂນຄົວຈາກຊົນນະບົດເຂົ້າຕົວເມືອງ” ແລະຮັບສະໝັກແຮງງານ, ຈັດສັນຕຳແໜ່ງງານໃຫ້ແກ່ລູກຫຼານ ຍາດພີ່ນ້ອງ ແລະ ໝູ່ເພື່ອນຂອງຕົນແບບຜິດລະບຽບການ.



ວັນທີ 3 ທັນວາ ປີ1983, ທ່ານສີຈິ້ນຜິງປະກອບຄຳເຫັນໃນກອງປະຊຸມສະພາປະຊາຊົນເມືອງເຈີ້ງຕິ້ງຊຸດທີ 7

ໃນກອງປະຊຸມເລຂາຄະນະພັກ ແລະ ຕາແສງ ທົ່ວເມືອງເຈີ້ງຕິ້ງ, ທ່ານສີຈິ້ນຜິງໄດ້ກ່າວດ້ວຍຄວາມເຄັ່ງຂຶມວ່າ: “ເດັດຂາດຫ້າມບໍ່ໃຫ້ຜູ້ມີການກະທຳຜິດໄດ້ປຽບແມ່ນແຕ່ໜ້ອຍດຽວ. ເຮັດແນວນີ້ ຈຶ່ງຈະສາມາດກຳຈັດປະກົດການຫຍໍ້ທໍ້ແບບໃໝ່, ເຮັດໃຫ້ການປະຕິບັດຕາມລະບຽບການໄດ້ຢ່າງເຄັ່ງຄັດ.”

“ບົດລາຍງານສະພາບໂດຍຫຍໍ້” ສະບັບວັນທີ 9 ຕຸລາ ປີ1984 ຂອງຄະນະພັກເມືອງເຈີ້ງຕິ້ງບັນທຶກໄວ້ວ່າ: “ໜ່ວຍພັກພະແນກປ່າໄມ້ເມືອງປຸກເຮືອນ ແລະແບ່ງເຮືອນຢ່າງຜິດລະບຽບວິໄນ, ສະຫາຍສີຈິ້ນຜິງເລຂາຄະນະພັກເມືອງໄດ້ລົງກວດກາຢູ່ພາກສະໜາມ, ແລະຕົກລົງລົງວິໄນຢ່າງເຂັ້ມງວດຢູ່ກັບທີ່, ທັງອອກແຈ້ງການໃຫ້ທົ່ວເມືອງ, ເຮັດໃຫ້ບັນຫານີ້ໄດ້ຮັບການແກ້ໄຂຢ່າງວ່ອງໄວ.” ບົດລາຍງານສະບັບນີ້ຍັງລະບຸວ່າ, ພາຍໃນເວລາ 10 ເດືອນ, ຄະນະກວດກາວິໄນເມືອງເຈີ້ງຕິ້ງໄດ້ດັດແກ້ບັນຫາທີ່ປຸກເຮືອນ ແລະ ແບ່ງເຮືອນຢ່າງຜິດລະບຽບການ 8 ເທື່ອ, ທັງໄດ້ລາຍງານຕໍ່ຄະນະປະຈຳຄະນະພັກເມືອງ, ຄະນະປະຈຳຄະນະພັກເມືອງໄດ້ປຶກສາຄົ້ນຄວ້າໂດຍສະເພາະ.

ຄຽງຄູ່ກັບການປະຕິຮູບຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ກໍໄດ້ເກີດປະກົດການຫຍໍ້ທໍ້ໃໝ່, ເຊັ່ນ:ສວຍໂອກາດສະແຫວງຫາຜົນປະໂຫຍດຢ່າງຜິດລະບຽບການ, ຫຼິ້ນກິນຟຸມເຟືອຍດ້ວຍຂໍ້ອ້າງຕ່າງໆ, ແລະ ບັນຫາອື່ນໆ. ທ່ານສີຈິ້ນຜິງໄດ້ຊີ້ແຈ້ງດ້ວຍທ່າທີເດັດຂາດວ່າ: “ການສະກັດກັ້ນປະກົດການຫຍໍ້ທໍ້ແບບໃໝ່ຕ້ອງມີຄວາມເຂັ້ມແຂງ ແລະ ເດັດດ່ຽວໜຽວແໜ້ນ.”

ພາຍໃຕ້ການຊຸກຍູ້ຂອງທ່ານສີຈິ້ນຜິງ, ທາງເມືອງເຈີ້ງຕິ້ງໄດ້ກຳນົດໄວ້ວ່າ, ພະນັກງານການນຳຂອງອົງການລັດ ແລະ ໜ່ວຍງານວິຊາການສັງກັດລັດຫ້າມບໍ່ໃຫ້ກິນດື່ມດ້ວຍເງິນຂອງລັດ, ລະຫວ່າງໜ່ວຍງານຕ່າງໆກໍບໍ່ໃຫ້ຈັດງານລ້ຽງເຊິ່ງກັນ ແລະກັນ.

ແຕ່ຫຼັງຈາກປະຕິບັດຂໍ້ກຳນົດດັ່ງກ່າວເປັນໄລຍະໜຶ່ງແລ້ວ, ບາງສະຫາຍສະເໜີອອກວ່າ, ເມືອງເຈີ້ງຕິ້ງຢາກດຳເນີນການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ, ຢາກດຶງດູດການລົງທຶນ, ໃຫ້ນັກທຸລະກິດມາລົງທຶນ ແລະ ດຳເນີນທຸລະກິດ, ເມື່ອແຂກມາແລ້ວຈະເຮັດແນວໃດ? ສຳລັບຂໍ້ສະເໜີເຫຼົ່ານີ້, ທ່ານສີຈິ້ນຜິງໄດ້ສັ່ງໃຫ້ຄະນະພັກ ແລະ ອົງການປົກຄອງເມືອງເຈີ້ງຕິ້ງໄດ້ອອກຂໍ້ກຳນົດເພີ່ມເຕີມ, ຄື: ແຂກມາແລ້ວຈະຕ້ອນຮັບໄດ້, ອາຫານ4ເຍື່ອງກັບແກງເຍື່ອງໜຶ່ງ, ຖືອາຫານພື້ນເມືອງຂອງເມືອງເຈີ້ງຕິ້ງເປັນຫຼັກ, ບໍ່ໃຫ້ເສີບອາຫານແບບຫຼູຫຼາ, ກໍບໍ່ໃຫ້ເສີບເຫຼົ້າ ແລະ ຢາສູບ.

ພາຍໃຕ້ການລິເລີ່ມຂອງທ່ານສີຈິ້ນຜິງ, “ອາຫານ 4 ເຍື່ອງກັບແກງເຍື່ອງໜຶ່ງ” ໄດ້ກາຍເປັນມາດຕະຖານຕ້ອນຮັບແຂກຂອງເມືອງເຈີ້ງຕິ້ງ.

ເພື່ອສະກັດກັ້ນປະກົດການຫຼິ້ນກິນຟຸມເຟືອຍ, ທ່ານສີຈິ້ນຜິງໄດ້ເຂັ້ມງວດຕໍ່ຕົນເອງ, ທັງໄດ້ວາງມາດຕະຖານຢ່າງເຄັ່ງຄັດຕໍ່ພະນັກງານອ້ອມຂ້າງເຊັ່ນກັນ.

ທ່ານຫວາງຈື້ໝິນທີ່ເປັນພະນັກງານໜ່ວຍງານເກັບຂໍ້ມູນຕ່າງໆຫ້ອງການຄະນະພັກເມືອງເຈີ້ງຕິ້ງມີຄວາມປະທັບໃຈຢ່າງເລິກເຊິ່ງ, ແລະເວົ້າວ່າ: “ສະຫາຍເລຂາສີຈິ້ນຜິງໄດ້ຈຳແນກວຽກລັດ ແລະ ເລື່ອງສ່ວນຕົວຢ່າງຊັດເຈນ. ເພິ່ນລ້ຽງແຂກເອງຈະບໍ່ໃຊ້ເງິນລັດຈ່າຍຢ່າງເດັດຂາດ, ສ່ວນຄ່າໃຊ້ຈ່າຍຂອງເພິ່ນ ພ້ອມກັບຄ່າໃຊ້ຈ່າຍຂອງແຂກເພິ່ນ, ລ້ວນແຕ່ແມ່ນເພິ່ນຈ່າຍເອງໝົດ.”