“ທ່ານສີຈິ້ນຜິງຢູ່ເມືອງເຈີ້ງຕິ້ງ” ພາກ​ທີ 2: ເລຂາຄະນະພັກເມືອງທີ່ເປັນຊາວໜຸ່ມ ທີ່ປະຢັດ ແລະ ບໍ່ໃຊ້ສິດພິເສດ

2022-06-22 10:47:14 cri

 


“ຕອນສະຫາຍສີຈິ້ນຜິງມາເຮັດວຽກຢູ່ເມືອງເຈີ້ງຕິ້ງ, ບໍ່ໄດ້ຈັດພິທີຕ້ອນຮັບຫຍັງເລີຍ. ຕອນນັ້ນທາງຄະນະພັກເມືອງໄດ້ຈັດຫ້ອງແຖວຫ້ອງໜຶ່ງເປັນຫ້ອງການທັງເປັນຫ້ອງນອນຂອງເພິ່ນ.” ທ່ານເຮີອີ້ທີ່ເປັນຮອງເຈົ້າເມືອງເມືອງເຈີ້ງຕິ້ງໃນເວລານັ້ນຍັງຈື່ຈຳຢ່າງຈະແຈ້ງກ່ຽວກັບສະພາບການໃນເມື່ອກ່ອນ. “ໃນຫ້ອງມີໂຕະໜ່ວຍໜຶ່ງ, ຕູ້ເອກະສານໜ່ວຍໜຶ່ງ, ເກົ້າອີ້ໜ່ວຍໜຶ່ງ, ແລະຕັ່ງສີ່ຫຼ່ຽມຈຳນວນໜຶ່ງ. ເອົາຕັ່ງຍາວ2 ໜ່ວຍຄໍ້າແຜ່ນໄມ້ແຜ່ນໜຶ່ງກໍໃຊ້ເປັນຕຽງ, ຢູ່ເທິງຕຽງແມ່ນເສື່ອຜືນໜຶ່ງທີ່ເຕັມໄປດ້ວຍຮອຍຕາບ. ພະນັກງານແປກໃຈວ່າຢູ່ເທິງເສື່ອຜືນນີ້ມີຮອຍຕາບຫຼາຍເທົ່າໃດ, ແຕ່ນັບໄປນັບມາໃຜກໍບໍ່ແນ່ໃຈມີຈຳນວນເທົ່າໃດແທ້.”
 

ຕໍ່ມາຈຶ່ງຮູ້ວ່າ, ອັນນັ້ນບໍ່ແມ່ນຮອຍຕາບ, ຜ້າທີ່ໃຊ້ມາເຮັດເສື່ອນັ້ນແມ່ນເອົາເສື້ອຜ້າເກົ່າມາຫຍິບຕໍ່ໃສ່ກັນ.

 

ການທີ່ບໍ່ໃຫ້ໃຊ້ສິດພິເສດ, ເປັນຫຼັກການທີ່ທ່ານສີຈິ້ນຜິງຍຶດໝັ້ນມາໂດຍຕະຫຼອດ. ໃນເວລານັ້ນ, ຢູ່ສຳນັກງານຄະນະພັກເມືອງມີແຕ່ໂຮງອາຫານແຫ່ງດຽວ, ຮອດໂມງເປີດບໍລິການແລ້ວຄົນທັງຫຼາຍຈະລຽນແຖວຊື້ອາຫານ, ກາຍເວລາແລ້ວກໍຈະປິດບໍລິການເລີຍ, ເຖິງຈະເປັນເລຂາ ຫຼື ຮອງເລຂາຄະນະພັກເມືອງກໍຢ່າ. ບາງເທື່ອທ່ານສີຈິ້ນຜິງໄປຊ້າຍ້ອນເຂົ້າຮ່ວມກອງປະຊຸມ, ກໍເອົາແຕ່ໝານໂທເຢັນສອງໜ່ວຍ ບວກກັບເຕົ້າຮູ້ອົບກ້ອນໜຶ່ງ, ບໍ່ເຄີຍສັ່ງໃຫ້ແຕ່ງອາຫານສະເພາະຈັກເທື່ອ.
 

 “ຕອນສະຫາຍສີຈິ້ນຜິງຢູ່ເມືອງເຈີ້ງຕິ້ງ, ບໍ່ຄ່ອຍຢູ່ຫ້ອງການຫຼາຍປານໃດ, ໃນປີໜຶ່ງເວລາສ່ວນຫຼາຍຈະໄປລົງຮາກຖານຢູ່ຊົນນະບົດ, ໄປຢາມມະຫາຊົນເລື້ອຍໆ, ບາງເທື່ອໄປຮ່ວມກັບພະນັກງານ, ບາງເທື່ອໄປຜູ້ດຽວ.” ທ່ານຈ່າງອູພູ ພະນັກງານຜູ້ບຳນານຢູ່ເມືອງເຈີ້ງຕິ້ງຫວນຄືນວ່າ: “ຕອນພົບສະຫາຍສີຈິ້ນຜິງເປັນຄັ້ງທຳອິດແມ່ນຢູ່ໃນລະດູໃບໄມ້ປົ່ງປີ 1983, ທ່ານສີຈິ້ນຜິງຜູ້ດຽວມາສຳຫຼວດຄົ້ນຄວ້າວຽກງານຢູ່ສະຫະກອນພວກເຮົາ, ຂີ່ລົດຖີບຄັນເກົ່າ. ຂ້ອຍຖາມວ່າ, ເປັນຫຍັງສະຫາຍເລຂາສີມາເອງແລ້ວ, ສະຫາຍຮູ້ທາງຫວະ?” ສະຫາຍສີຈິ້ນຜິງຕອບວ່າ, “ຖາມທາງ, ຂ້າພະເຈົ້າທັງມາທັງຖາມທາງເອົາ.”
 

ທ່ານເຮີອີ້ບອກນັກຂ່າວວ່າ: “ໃນເວລານັ້ນລົດດີທີ່ສຸດໃນເມືອງກໍແມ່ນ ລົດຈິບລຸ້ນ212 ສອງຄັນ, ຖ້າບໍ່ແມ່ນວຽກດ່ວນພິເສດ, ສະຫາຍສີຈິ້ນຜິງກໍຈະຍຶດໝັ້ນຂີ່ລົດຖີບ, ເພິ່ນວ່າເຮັດແບບນີ້ທັງປະຢັດນໍ້າມັນ, ທັງສາມາດເຂົ້າໃກ້ຊິດກັບປະຊາຊົນອີກ.” ທ່ານສີຈິ້ນຜິງເຄີຍຫວນຄືນວ່າ: “ຕອນນັ້ນມັກຂີ່ລົດຖີບລົງຮາກຖານຊົນນະບົດ, ຜ່ານສອງຝັ່ງຂອງແມ່ນໍ້າຫູ່ໂທເລື້ອຍໆ, ເດີນທາງຈາກຝັ່ງເໜືອແມ່ນໍ້າຫູ່ໂທໄປສະຫະກອນຢູ່ຝັ່ງໃຕ້. ທຸກເທື່ອໄປຮອດຫາດຊາຍນໍ້າຫູ່ໂທກໍຖີບລົດບໍ່ສະດວກປານໃດ, ຕ້ອງແບກເອົາ ແລະ ຍ່າງໄປ.”
 

“ຖ້າເປັນເລຂາຄະນະພັກເມືອງກໍຕ້ອງລົງໄປສຳຫຼວດທຸກບ້ານທີ່ສັງກັດເມືອງຕົນ, ຖ້າເປັນເລຂາຄະນະພັກນະຄອນກໍຕ້ອງລົງສຳຫຼວດທຸກຕາແສງ ແລະເມືອງນ້ອຍທີ່ສັງກັດນະຄອນຕົນ. ຖ້າເປັນເລຂາຄະນະພັກແຂວງກໍຕ້ອງລົງສຳຫຼວດທຸກເມືອງ ແລະ ນະຄອນທີ່ສັງກັດແຂວງຕົນ.” ໃນ 3 ປີກວ່າທີ່ເຮັດວຽກຢູ່ເມືອງເຈີ້ງຕິ້ງ, ທ່ານສີຈິ້ນຜິງໄດ້ລົງສຳຫຼວດ 25 ສະຫະກອນ ແລະ 221 ກອງຜະລິດຂອງເມືອງເຈີ້ງຕິ້ງຢ່າງທົ່ວເຖິງ.

ກໍຄືແບບນີ້, ເລຂາຄະນະພັກເມືອງທີ່ເປັນຊາວໜຸ່ມທີ່ບໍ່ສົນໃຈນຳການກິນການນຸ່ງຖື ກໍບໍ່ຖືຕົວສູງໃນການຄົບຄ້າສະມາຄົມກັບປະຊາຊົນ ແລະ ເພື່ອນມິດໃນຮາກຖານ ໂດຍໄປມາຫາສູ່ກັນດ້ວຍຄວາມຈິງໃຈ, ກໍໄດ້ສ້າງອິດທິພົນສູງຂຶ້ນຢູ່ທ່າມກາງພະນັກງານ ແລະ ປະຊາຊົນຂອງເມືອງເຈີ້ງຕິ້ງ.