ກະຊວງການຕ່າງປະເທດຈີນ:ການແຈ້ງຂ່າວຂອງສື່ມວນຊົນບາງແຫ່ງກ່ຽວກັບວ່າຜູ້ອຳນວຍການອົງການອະນາໄມໂລກກ່າວວ່າເຊື້ອໂຄວິດ-19 ອາດມາຈາກຫ້ອງທົດລອງອູຮ້ານນັ້ນ ບໍ່ແມ່ນເລື່ອງຈິງ

2022-06-22 16:58:28 CRI

ມີສື່ມວນຊົນບາງແຫ່ງແຈ້ງຂ່າວໃນໄລຍະມໍ່ໆມານີ້ວ່າ, ທ່ານເຕໂດຣສ ເກເບຼເຊຊຸສ ຜູ້ອຳນວຍການໃຫຍ່ອົງການອະນາໄມໂກລເຄີຍກ່າວຕໍ່ຝ່າຍເອີຣົບວ່າ ເຊື້ອໂຄວິດ-19 ມີຄວາມອາດເປັນໄປໄດ້ສູງທີ່ສຸດທີ່ແມ່ນມາຈາກຫ້ອງທົດລອງຂອງອູຮ້ານ. ວັນທີ 22 ມິຖຸນານີ້ ທ່ານວາງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ, ຕໍ່ເລື່ອງນີ້, ກອງເລຂາຂອງອົງການອະນາໄມໂລກໄດ້ໃຫ້ຄວາມກະຈ່າງແຈ້ງຕໍ່ຝ່າຍຈີນ ໂດຍເນັ້ນວ່າ ທ່ານເຕໂດຼສ ບໍ່ເຄີຍກ່າວຖ້ອຍຄວາມດັ່ງກ່າວຢ່າງເປີດເຜີຍຫຼືໃນກໍລະນີສ່ວນຕົວ, ການແຈ້ງຂ່າວທີ່ກ່ຽວຂ້ອງບໍ່ແມ່ນເລ່ອງຈິງ, ທ່ານເຕໂດຣສຄັດຄ້ານເນື້ອໃນທີ່ກ່ຽວຂ້ອງໃນການລາຍງານຂ່າວດັ່ງກ່າວ.