ຕາລາງລາຍການ FM93Mhz

“ທ່ານສີຈິ້ນຜິງຢູ່ເມືອງເຈີ້ງຕິ້ງ” ພາກທີ 4: ການໃຫ້ຄວາມສົນໃຈຢ່າງສູງຕໍ່ຜູ້ມີຄວາມຮູ້ຄວາມສາມາດ

2022-06-22 11:39:29 cri

 


ທ່ານສີຈິ້ນຜິງກ່າວວ່າ: “ຜູ້ມີຄວາມຮູ້ຄວາມສາມາດເປັນພື້ນຖານແຫ່ງການພັດທະນາເສດຖະກິດ, ຄວນຖືການພັດທະນາຊັບພະຍາກອນມະນຸດເປັນຈຸດສຳຄັນດ້ານຍຸດທະສາດ. ຖ້າບໍ່ມີຜູ້ມີຄວາມຮູ້ຄວາມສາມາດ, ປະຊາຊົນຈະບໍ່ສາມາດສ້າງຄວາມຮັ່ງມີຂຶ້ນ, ເມືອງກໍບໍ່ສາມາດສ້າງຄວາມເຂັ້ມແຂງໄດ້.” ຫຼັງຈາກດຳລົງຕຳແໜ່ງເລຂາຄະນະພັກເມືອງເຈີ້ງຕິ້ງເມື່ອປີ 1983 ແລ້ວ, ທ່ານສີຈິ້ນຜິງໄດ້ໃຊ້ມາດຕະການຢ່າງໜຶ່ງທີ່ມີອິດທິພົນອັນໃຫຍ່ຫຼວງໃນທົ່ວແຂວງເຮີເປີຍກໍຄືທົ່ວປະເທດຈີນ, ນັ້ນກໍຄື ຮັບສະໝັກຜູ້ມີຄວາມຮູ້ຄວາມສາມາດ.
 

ຄຽງຄູ່ກັບເສດຖະກິດເມືອງເຈີ້ງຕິ້ງພັດທະນາຢ່າງວ່ອງໄວ, ຄວາມຂັດແຍ່ງທີ່ຂາດເຂີນຜູ້ມີຄວາມຮູ້ຄວາມສາມາດກໍນັບມື້ນັບພົ້ນເດັ່ນຂຶ້ນ. ທ່ານສີຈິ້ນຜິງຕົກລົງຮັບສະໝັກຜູ້ມີຄວາມຮູ້ຄວາມສາມາດ, ເຕົ້າໂຮມ ແລະ ນຳໃຊ້ຜູ້ມີຄວາມຮູ້ຄວາມສາມາດໃຫ້ເປັນປະໂຫຍດ, ເຊິ່ງໄດ້ເປີດປະຕູຢ່າງກວ້າງຂວາງຕໍ່ຜູ້ມີເຈດຈຳນົງ ແລະ ຄວາມຮູ້ຄວາມສາມາດ.
 

ເດືອນມີນາ ປີ 1983, ຢູ່ເມືອງເຈີ້ງຕິ້ງໄດ້ເຜີຍແຜ່ ຂໍ້ກຳນົດ9 ຂໍ້ທີ່ຮັບສະໝັກຜູ້ມີຄວາມຮູ້ຄວາມສາມາດ, ຄື: ສຳເລັດໂຄງການໃດໜຶ່ງສາມາດແບ່ງຜົນກຳໄລຕາມອັດຕາສ່ວນທີ່ແນ່ນອນ; ຮັບເອົາຜູ້ມີຄວາມສາມາດ ຫຼື ຄວາມຊຳນານດ້ານວິຊາການໂດຍບໍ່ຈຳແນກຊົນຊັ້ນ ວັນນະ; ຖ້າແລ່ນເອກະສານບໍ່ທັນຄົບຖ້ວນກໍສາມາດໄປເຮັດວຽກກ່ອນແລ້ວເຮັດເອກະສານຕ່າງໆຕາມຫຼັງ; ຍອມເອົາການລົ້ມເຫຼວ ໃນໂຄງການຄົ້ນຄວ້າ, ໂດຍຈະບໍ່ສືບຫາຄວາມຮັບຜິດຊອບ; ສ້າງຕຶກຜູ້ມີຄວາມຮູ້ຄວາມສາມາດ; ໄປມາຢ່າງເສລີ, ຖ້າຜູ້ໃດຮູ້ສຶກວ່າບໍ່ສາມາດເສີມຂະຫຍາຍທ່າແຮງຂອງຕົນກໍສາມາດສັບຊ້ອນໄປບ່ອນອື່ນກໍເປັນໄປໄດ້; ແລະອື່ນໆອີກ. ເຊິ່ງ ຂໍ້ກຳນົດ 9 ຂໍ້ນີ້ໄດ້ເຜີຍແຜ່ໂຄສະນາຢູ່ໜ່ວຍການຜະລິດ ອົງການລັດ ໂຮງຮຽນ ແລະ ໂຮງຈັກໂຮງງານຕ່າງໆດ້ວຍຮູບການແຈ້ງການທົ່ວໄປ, ເຮັດໃຫ້ປະຊາຊົນຮັບຮູ້ຢ່າງທົ່ວເຖິງ ແລະ ເຂົ້າເຖິງຈິດໃຈປະຊາຊົນ.

 

ໃນປີນັ້ນ, ເມືອງເຈີ້ງຕິ້ງໄດ້ນຳເຂົ້ານັກວິຊາການປະເພດຕ່າງໆ 46 ຄົນ, ແລະດຶງດູດນັກວິຊາການດ້ານວິທະຍາສາດເຕັກໂນໂລຊີ 257 ຄົນ.

 

ໃນເວລານັ້ນ, ສະຫາຍສີຈິ້ນຜິງໄດ້ສົ່ງເສີມມາດຕະການດຶງດູດຜູ້ມີຄວາມຮູ້ຄວາມສາມາດຢ່າງຂະໜາດໃຫຍ່ຢູ່ເມືອງເຈີ້ງຕິ້ງ, ກໍມີເລື່ອງເລົ່າຫຼາຍກ່ຽວກັບການສະແຫວງຫາ ແລະ ເຄົາລົບນັບຖືຜູ້ມີຄວາມຮູ້ຄວາມສາມາດ. ການຊອກຫາອູປາວຊິ້ນ ກໍເປັນເລື່ອງໜຶ່ງ. ອູປາວຊິ້ນເປັນວິສະວະກອນຂອງໂຮງງານເຄື່ອງອາໄຫຼ່ຈັກຊືເຈ່ຍຈ່ວງ, ລາວໄດ້ໃຊ້ເວລານອກໂມງການຄົ້ນຄວ້າຜະລິດເຄື່ອງສຳອາງທາງການແພດ ແລະຂາຍໄດ້ດີໃນທົ່ວປະເທດຈີນ. ອູປາວຊິ້ນຮັບຮູ້ວ່າເມືອງເຈີ້ງຕິ້ງໃຫ້ຄວາມສຳຄັນສູງຕໍ່ຜູ້ມີຄວາມຮູ້ຄວາມສາມາດ, ຈຶ່ງຝາກຈົດໝາຍໄປໂດຍກ່າວວ່າຍິນດີໄປເຮັດວຽກຢູ່ເມືອງເຈີ້ງຕິ້ງ. ຫຼັງຈາກທ່ານສີຈິ້ນຜິງຮູ້ແລ້ວ, ກໍຕັດສິນໃຈເອົາອູປາວຊິ້ນໄປເມືອງເຈີ້ງຕິ້ງໃນທັນທີ. ຕົ້ນປີ 1983, ທ່ານສີຈິ້ນຜິງໄດ້ພາເຈົ້າເມືອງ ແລະ ຮອງເຈົ້າເມືອງໄປຊອກຫາອູປາວຊິ້ງຢູ່ນະຄອນຊືເຈ່ຍຈ່ວງ. ເຂດຊຸມຊົນທີ່ອູປາວຊິ້ນອາໄສຢູ່ນັ້ນມີຕຶກຫຼາຍສິບຫຼັງ, ພວກເພິ່ນຊອກໄປຕາມຕຶກທຸກຫຼັງ, ຖາມໃຜໆກໍບໍ່ຮູ້ວ່າອູປາວຊິ້ນອາໄສຢູ່ຕຶກໃດ. ເມື່ອຮອດ 10 ໂມງແລງແລ້ວ, ທ່ານສີຈິ້ນຜິງກໍໄດ້ເອີ້ນດ້ວຍສຽງດັງໆໃນເຂດຊຸມຊົນເລີຍ: “ອູປາວຊິ້ນ! ອູປາວຊິ້ນເອີ້ຍ!” ສຽງໜັກແໜ້ນດັງຂຶ້ນໃນຄ່ຳຄືນລະດູໜາວທີ່ງຽບສະຫງັດ. ອູປາວຊິ້ນໄດ້ຍິນສຽງແລ້ວກໍຮີບແລ່ນອອກມາຈາກເຮືອນ, ໄດ້ຕ້ອນຮັບພວກເພິ່ນເຂົ້າສູ່ເຮືອນຕົນ ແລະ ລົມກັນຈົນຮອດຕອນຂ້ອນແຈ້ງ. ອູປາວຊິ້ນໄດ້ຕອບຕົກລົງຕາມຄຳເຊື້ອເຊີນຂອງທ່ານສີຈິ້ນຜິງຢູ່ກັບທີ່ເລີຍ, ແລະນຳເອົາໂຄງການເຄື່ອງສຳອາງທາງການແພດທີ່ຄົ້ນຄວ້າຜະລິດດ້ວຍຕົນເອງນັ້ນໄປສູ່ເມືອງເຈີ້ງຕິ້ງ, ພຽງແຕ່ປີດຽວກໍໄດ້ສ້າງຜົນກຳໄລ 3 ແສນກວ່າຢວນໃຫ້ເມືອງເຈີ້ງຕິ້ງ.
 

ຄືແບບນີ້, ທ່ານສີຈິ້ນຜິງໄດ້ສົ່ງເສີມນະໂຍບາຍຜູ້ມີຄວາມຮູ້ຄວາມສາມາດຢ່າງຂະໜາດໃຫຍ່ຢູ່ເມືອງເຈີ້ງຕິ້ງ, ເຄົາລົບ ແລະ ເອົາໃຈໃສ່ນຳຜູ້ມີຄວາມຮູ້ຄວາມສາມາດ, ເຕົ້າໂຮມ ແລະ ນຳໃຊ້ຜູ້ມີຄວາມຮູ້ຄວາມສາມາດຢ່າງມີປະສິດທິຜົນສູງ, ເຊິ່ງໄດ້ປຸກລະດົບຄວາມກະຕືລືລົ້ນຂອງປັນຍາຊົນອັນໄພສານໃນການເຮັດວຽກ ແລະ ປະດິດສ້າງທຸລະກິດໃໝ່.