“ທ່ານສີຈິ້ນຜິງຢູ່ເມືອງເຈີ້ງຕິ້ງ” ພາກທີ 9: ເຄົາລົບແລະຮັກແພງຜູ້ເຖົ້າຜູ້ອາວຸໂສ

2022-06-22 13:22:16 cri

ໃນໄລຍະທີ່ເຮັດວຽກຢູ່ເມືອງເຈີ້ງຕິ້ງ, ທ່ານສີຈິ້ນຜິງໄດ້ສ້າງຄວາມປະທັບໃຈໃຫ້ແກ່ຄົນທັງຫຼາຍເນື່ອງຈາກຄວາມກ້າຫານພິເສດ, ແບບແຜນເຮັດວຽກທີ່ສະແຫວງຫາຜົນຕົວຈິງ ແລະ ການອຸທິດແບບບໍ່ເຫັນແກ່ຕົວຂອງທ່ານ, ພ້ອມກັນນັ້ນ, ນິດໄສແບບຊື່ສັດລຽບງ່າຍ, ຖ່ອມຕົວ, ສຸຂຸມຮອບຄອບຕິດແທດຕົວຈິງແລະເຂົ້າໃກ້ໄດ້ງ່າຍຂອງທ່ານນັ້ນ ຍິ່ງເຮັດໃຫ້ຄົນທັງຫຼາຍມີຄວາມຊົງຈຳຢ່າງເລິກເຊິ່ງອີກດ້ວຍ.

ໃນໄລຍະທີ່ເຮັດວຽກຢູ່ເມືອງເຈີ້ງຕິ້ງເປັນເວລາ 3ປີກວ່ານັ້ນ, ທ່ານສີຈິ້ນຜິງບໍ່ໄດ້ໃຊ້ສິດພິເສດໃນການດຳລົງຊີວິດ, ໂດຍຮ່ວມກັບຄົນທັງຫຼາຍ “ກິນເຂົ້າໝໍ້ໃຫຍ່”ຢູ່ໂຮງອາຫານ, ເມື່ອມີເຈົ້າໜ້າທີ່ຂັ້ນເທິງມາຢ້ຽມຢາມກໍຈະຕ້ອນຮັບດ້ວຍອາຫານທົ່ວໄປຂອງເມືອງເຈີ້ງຕິ້ງ, ຖ້າແຂກຢາກດື່ມເຫຼົ້າ, ກໍຈະເສີບເຫຼົ້າພື້ນບ້ານຂອງເມືອງເຈີ້ງຕິ້ງເອງ.

ທ່ານສີຈິ້ນຜິງປະພຶດຕົນເອງຢ່າງເຂັ້ມງວດ, ແຕ່ກໍໃຊ້ມາດຕະການແບບໂຍະຍານຕໍ່ພະນັກງານຜູ້ອາວຸໂສ. ທ່ານສີຈິ້ນຜິງເຄີຍກ່າວຫຼາຍເທື່ອວ່າ, ພະນັກງານຜູ້ອາວຸໂສເປັນຊັບສົມບັດທີ່ລ້ຳຄ່າຂອງພັກ ແລະ ລັດ, ຖ້າບໍ່ມີການສູ້ຊົນ ແລະ ການອຸທິດຕົນແບບບໍ່ເຫັນແກ່ຕົວຂອງພວກເພິ່ນ, ກໍຈະບໍ່ມີທຸກສິ່ງທຸກຢ່າງທີ່ພວກເຮົາໄດ້ຊົມໃຊ້ໃນຊູ່ມື້ນີ້. ການເຄົາລົບນັບຖືພະນັກງານຜູ້ອາວຸໂສ, ບໍ່ຄວນເວົ້າລ້າໆ, ແຕ່ຄວນສະແດງອອກໃນການປະຕິບັດຢ່າງແທ້ຈິງ. ຕ້ອງຮ່ຳຮຽນເອົາສະຕິພັກທີ່ເຂັ້ມແຂງຂອງພະນັກງານຜູ້ອາວຸໂສ, ສືບທອດຄຸນສົມບັດອັນສູງສົ່ງ ເສີມຂະຫຍາຍມູນເຊື້ອອັນດີງາມ ແລະ ຊ່າງຖອດຖອນບົດຮຽນອັນລ້ຳຄ່າຂອງພະນັກງານຜູ້ອາວຸໂສ. ທ່ານສີຈິ້ນຜິງເວົ້າສູ່ພະນັກງານຂອງຫ້ອງການວຽກງານພະນັກງານຜູ້ອາວຸໂສວ່າ, ການເອົາໃຈໃສ່ຜູ້ອາວຸໂສ, ກໍຕ້ອງເວົ້າໃຫ້ໜ້ອຍ ແຕ່ເຮັດວຽກຕົວຈິງໃຫ້ຫຼາຍ, ສົ່ງຄວາມອົບອຸ່ນ ແລະ ອຳນວຍຄວາມສະດວກໃຫ້ພວກເພິ່ນ, ເຮັດໃຫ້ພວກເພິ່ນໃຊ້ຊີວິດໃນໄວຊະລາຢ່າງສະດວກສະບາຍ.

ໃນໄລຍະເຮັດວຽກຢູ່ເມືອງເຈີ້ງຕິ້ງ, ທ່ານສີຈິ້ນຜິງມັກຂີ່ລົດຖີບໄປເຮັດວຽກນອກເລື້ອຍໆ, ແລະຈົ່ງລົດຈິບລຸ້ນ212 ຄັນດຽວຂອງຄະນະພັກເມືອງໃຫ້ຮັບໃຊ້ພະນັກງານຜູ້ອາວຸໂສ. ພະນັກງານຜູ້ອາວຸໂສບໍ່ມີສະຖານທີ່ເຄື່ອນໄຫວກິດຈະກຳ, ທ່ານສີຈິ້ນຜິງກໍໄດ້ມ້ຽນສິ່ງຂອງຕ່າງໆໃນຫ້ອງປະຊຸມໃຫຍ່ຂອງຄະນະພັກເມືອງ ແລະ ອົງການປົກຄອງເມືອງອອກແລ້ວປ່ຽນເປັນຫ້ອງບັນເທີງຂອງພະນັກງານຜູ້ອາວຸໂສ. ເພື່ອເບິ່ງແຍງສຸຂະພາບຂອງພະນັກງານຜູ້ອາວຸໂສ, ຢູ່ເມືອງເຈີ້ງຕິ້ງໄດ້ນຳໜ້າໃຊ້ມາດຕະການພິເສດຕ່າງໆ, ເຊັ່ນ: ພະນັກງານຜູ້ອາວຸໂສມີບຸລິມະສິດໃນການພົບໝໍ, ໃນໂຮງໝໍໄດ້ເປີດຫ້ອງສະເພາະໃຫ້ແກ່ພະນັກງານຜູ້ອາວຸໂສ, ແລະສົ່ງຄ່າປິ່ນປົວຄືນໃຫ້ຂອງພະນັກງານຜູ້ອາວຸໂສຢ່າງທັນການ, ແລະອື່ນໆອີກ.

ໃນເວລາທີ່ທ່ານສີຈິ້ນຜິງໃກ້ຈະລາອອກຈາກເມືອງເຈີ້ງຕິ້ງ, ກໍບໍ່ໄດ້ລືມເຊື້ອເຊີນພະນັກງານຜູ້ອາວຸໂສໄປທີ່ສຳນັກງານຄະນະພັກເມືອງເພື່ອກ່າວອຳລາ. ຫຼັງຈາກທ່ານບອກເລື່ອງທີ່ຈະສັບຊ້ອນຕຳແໜ່ງໄປບ່ອນອື່ນ, ໃນຫ້ອງປະຊຸມມິດຈີ່ລີ່ໃນທັນທີ, ພະນັກງານຜູ້ອາວຸໂສຮູ້ສຶກຄ້ອຍໃຈຈົນປາກບໍ່ອອກ, ແລະ ນ້ຳຕາເຕັມເບົ້າ. ພະນັກງານຜູ້ອາວຸໂສຜູ້ໜຶ່ງເວົ້າວ່າ: “ສະຫາຍເລຂາສີ, ພວກເຮົາບໍ່ຢາກປ່ອຍເຈົ້າລາໄປບ່ອນອື່ນເດີ້.”



ປີ 2013,ທ່ານສີຈິ້ນຜິງໄປຢາມພະນັກງານອາວຸໂສທີ່ເປັນເພື່ອນຮ່ວມງານເກົ່າທີ່ເຄີຍເຮັດວຽກນຳກັນຢູ່ເມືອງເຈີ້ງຕິ້ງເມື່ອ 30 ກວ່າປີກ່ອນ

ຫຼັງຈາກລາອອກຈາກເມືອງເຈີ້ງຕິ້ງແລ້ວ, ທ່ານສີຈິ້ນຜິງຍັງຄົງເອົາໃຈໃສ່ນຳພະນັກງານຜູ້ອາວຸໂສ, ເພື່ອນຮ່ວມງານເກົ່າ ແລະ ເພື່ອນມິດເກົ່າຢູ່ເມືອງເຈີ້ງຕິ້ງຄືແຕ່ເກົ່າເມືອຫຼັງ, ໃນຍາມທຳມະດາຈະຂຽນຈົດໝາຍສົ່ງຫາກັນ, ເມື່ອຮອດວັນບຸນແລ້ວຍັງຈະຂຽນຈົດໝາຍສະແດງຄວາມອວຍພອນ, ເມື່ອຕຳແໜ່ງມີການປ່ຽນແປງຍ້າຍໄປບ່ອນໃໝ່ແລ້ວກໍຈະບອກທີ່ຕັ້ງໃໝ່ເຊັ່ນກັນ.

ວັນທີ 2 ເມສາ ປີ 2005, ທ່ານສີຈິ້ນຜິງໄດ້ກັບຄືນສູ່ເມືອງເຈີ້ງຕິ້ງເປັນຄັ້ງທີ 4. ທ່ານໄດ້ໄປຢາມຄອບຄົວຂອງທ່ານຊິງຊົງຈື້ ທ່ານເຊ້ເຟີ່ງ ແລະ ທ່ານເຟີງກົວຊຽງທີ່ເປັນອະດີດຄະນະນຳແຂວງທີ່ໄດ້ເຖິງແກ່ກຳແລ້ວ, ເມື່ອໄປຮອດແຕ່ລະຄອບຄົວ, ທ່ານກໍຈະເອີ້ນວ່າ “ອາ” ຢ່າງສະໜິດສະໜົມກັນ, ທັງທັກທາຍວ່າ ສຸຂະພາບແຂງແຮງດີບໍ່, ໃນການດຳລົງຊີວິດມີຄວາມຫຍຸ້ງຍາກບໍ່. ເມື່ອເພື່ອນຮ່ວມງານເກົ່າຢູ່ສືເຈ່ຍຈ່ວງ ແລະ ເມືອງເຈີ້ງຕິ້ງໄປຢາມທ່ານ, ທ່ານຈະຍາດເວລາເພື່ອພົບກັບພວກເຂົາເຈົ້າ, ທັກທາຍສະບາຍດີ ແລະ ລົມເລື່ອງຊີວິດປະຈຳວັນ. ໃນເວລາອຳລາ, ທ່ານສີຈິ້ນຜິງຈະຈັບມືທຸກຄົນ, ເຮັດໃຫ້ຄົນທັງຫຼາຍສຳຜັດເຖິງສາຍສຳພັນທີ່ຈິງໃຈ.