ຕາລາງລາຍການ FM93Mhz

“ທ່ານສີຈິ້ນຜິງຢູ່ເມືອງເຈີ້ງຕິ້ງ” ພາກທີ 3: ເຮັດແນວໃດຈິ່ງຈະເຮັດໃຫ້ປະຊາຊົນຮັ່ງມີຂຶ້ນ?

2022-06-22 11:23:31 cri


ປະຊາຊົນກິນອິ່ມແລ້ວ, ຍັງຢາກສ້າງຄວາມລໍ້າລວຍຂຶ້ນ. ດັ່ງນັ້ນ, ການເຮັດແນວໃດຈະໃຫ້ປະຊາຊົນມີຄວາມຮັ່ງມີຂຶ້ນ, ເປັນບັນຫາທີ່ທ່ານສີຈິ້ນຜິງພິຈາລະນາຢູ່ສະເໝີຫຼັງຈາກທ່ານໄປເຮັດວຽກຢູ່ເມືອງເຈີ້ງຕິ້ງ.

 

ປີ 1983 ການພັດທະນາຂອງເມືອງເຈີ້ງຕິ້ງຄືກັບແຫ່ງອື່ນໆໃນປະເທດຈີນ, ພວມຢູ່ໃນຕອນເລີ່ມຕົ້ນຢ່າງລຳບາກ. ແຕ່ເມືອງເຈີ້ງຕິງມີທ່າແຮງດ້ານທີ່ຕັ້ງພູມສາດ ຄືຕິດກັບນະຄອນຊືເຈ່ຍຈ່ວງ. ໂດຍຜ່ານຈາກສຳຫຼວດຄົ້ນຄວ້າເປັນເວລາດົນນານ, ແລວຄວາມຄິດທີ່ພັດທະນາເສດຖະກິດແບບ “ເຄິ່ງຊານເມືອງ” ໄດ້ເປັນຮູບເປັນຮ່າງຂຶ້ນໃນຄວາມຄິດຂອງທ່ານສີຈິ້ນຜິງ.
 

ແຕ່ຫຼາຍຄົນບໍ່ເຂົ້າໃຈວ່າ: ຮູບແບບເຄິ່ງຊານເມືອງ ມີຄວາມໝາຍຫຍັງແດ່?
 

ທ່ານສີຈິ້ນຜິງອະທິບາຍວ່າ, ເສດຖະກິດແບບ “ເຄິ່ງຊານເມືອງ” ເປັນຮູບແບບເສດຖະກິດທີ່ຢູ່ລະຫວ່າງເສດຖະກິດຕົວເມືອງ ແລະ ເສດຖະກິດຊົນນະບົດ. ທາງພາກເໜືອຂອງເມືອງເຈີ້ງຕິ້ງເປັນເຂດຊົນນະບົດ, ທາງພາກໃຕ້ກໍແມ່ນນະຄອນຊືເຈ່ຍຈ່ວງ, ເມືອງເຮົາຕັ້ງຢູ່ພາກສ່ວນເຊື່ອມຕໍ່ຕົວເມືອງ ແລະ ຊົນນະບົດ, ກໍຄວນ ພັດທະນາເສດຖະກິດແບບຢູ່ລະຫວ່າງຕົວເມືອງ ແລະ ຊົນນະບົດ. ເວົ້າງ່າຍໆກໍຄື:ຕົວເມືອງຕ້ອງການສິ່ງໃດແລະສິງຄ້າໃດ, ພວກເຮົາກໍປູກສິ່ງນັ້ນ ແລະປຸງແຕ່ງສິນຄ້າຊະນິດນັ້ນຂາຍໃຫ້ເຂົາເຈົ້າ.”
 

ຫຼັງຈາກນັ້ນ, ເມືອງເຈີ້ງຕິ້ງອອກແຮງປູກພືດເສດຖະກິດທີ່ຕອບສະໜອງກັບຄວາມຕ້ອງການຂອງຕະຫຼາດ, ເຊັ່ນ, ຜັກ, ໝາກໄມ້, ດອກໄມ້ ແລະເຫັດກິນເປັນຕົ້ນ, ທັງລ້ຽງງົວພັນນົມ, ງົວພັນຊິ້ນ ແລະອື່ນໆ ເພື່ອສະໜອງໃຫ້ແກ່ຕົວເມືອງ.
 

ປີ 1983, ລາຍຮັບຈາກທຸລະກິດຫຼາຍຊະນິດຂອງເມືອງເຈີ້ງຕິ້ງມີເຖິງ 43 ລ້ານຢວນ, ລາຍຮັບສະເລ່ຍຕໍ່ຫົວຄົນຕໍ່ປີຂອງຊາວກະສິກອນຈາກ 100 ກວ່າຢວນເພີ່ມຂຶ້ນເປັນ 200 ກວ່າຢວນ. ເສດຖະກິດຂອງເມືອງເຈີ້ງຕິ້ງໄດ້ກ້າວເຂົ້າສູ່ວົງໂຄຈອນແຫ່ງການພັດທະນາຢ່າງວ່ອງໄວ.
 

ໃນຕົ້ນຊຸມປີ 1980, ຢູ່ເຂດຊົນນະບົດຂອງຈີນ, ສິ່ງທີ່ກີດຂວາງການພັດທະນານັ້ນ ຍັງມີອຸປະສັກດ້ານແນວຄິດເກົ່າຂອງປະຊາຊົນ. ໃນເວລາດຽວກັນນັ້ນ, ຢູ່ບາງທ້ອງຖິ່ນທາງພາກໃຕ້ຈີນໄດ້ເລີ່ມປະຕິບັດລະບຽບການທີ່ມອບທີ່ດິນໃຫ້ຊາວກະສິກອນເໝົາໃຊ້ເພື່ອການຜະລິດ, ນີ້ຖືວ່າເປັນບາດກ້າວທຳອິດທີ່ມີຄວາມໝາຍສຳຄັນຍິ່ງໃນການປະຕິຮູບທີ່ຫັນປ່ຽນຊາຕາກຳຂອງຈີນ, ແຕ່ຕອນນັ້ນຢູ່ແຂວງເຮີເປີຍຍັງບໍ່ທັນເລີ່ມຕົ້ນເທື່ອ.
 

ແຕ່ທ່ານສີຈິ້ນຜິງເຫັນວ່າ: “ລະບຽບການທີ່ມອບທີ່ດິນໃຫ້ຊາວກກະສິກອນເໝົາໃຊ້ເພື່ອການຜະລິດເປັນເລື່ອງດີ, ເປັນວິທີທີ່ດີໃນການປຸກລະດົມຄວາມຫ້າວຫັນຂອງຊາວກະສິກອນ. ລະບຽບການນີ້ມີວິທີແບ່ງປັນແບບງ່າຍ, ຊາວກະສິກອນກໍຈະຮັບໄດ້ງ່າຍ. ຕ້ອງຊຸກຍູ້ໃຫ້ເມືອງເຈີ້ງຕິງລົງປະຕິບັດວຽກງານໂດຍໄວ.”
 

ພາຍໃຕ້ການຊຸກຍູ້ຂອງທ່ານສີຈິ້ນຜິງ, ທາງອົງການປົກຄອງເມືອງ ໄດ້ປຶກສາຫາລື ແລະຄົ້ນຄວ້າຫຼາຍເທື່ອຢ່າງຕັ້ງອົກຕັ້ງໃຈ, ໂດຍຕົກລົງສ້າງຈຸດທົດລອງ “ລະບຽບການມອບທີ່ດິນໃຫ້ຊາວກະສິກອນເໝົາໃຊ້ເພື່ອການຜະລິດ” ຢູ່ສະຫະກອນລີຊ່ວງຕ້ຽນທີ່ເສດຖະກິດຫຼ້າຫຼັງ, ເງື່ອນໄຂການຜະລິດບໍ່ດີ, ແລະຊີວິດການເປັນຢູ່ຂອງຊາວກະສິກອນຢູ່ໃນລະດັບຕໍ່າ.
 

ຫຼັງຈາກລີຊ່ວງຕ້ຽນປະຕິບັດລະບຽບການມອບທີ່ດິນໃຫ້ຊາວກະສິກອນເໝົາໃຊ້ເພື່ອການຜະລິດແລ້ວ, ມູນຄ່າການຜະລິດກະສິກຳໃນປີນັ້ນໄດ້ເພີ່ມຂຶ້ນ 1 ເທົ່າຕົວ. ນີ້ບໍ່ພຽງແຕ່ໄດ້ສ້າງຄວາມປະທັບໃຈອັນໃຫຍ່ຫຼວງຕໍ່ທົ່ວເມືອງ, ຍັງໄດ້ດຶງດູດຄົນທັງໃນແຂວງ ແລະ ຕ່າງແຂວງໄປທັດສະນະສຶກສາເລື້ອຍໆເພື່ອຖອດຖອນບົດຮຽນ.
 

ວັນທີ 17 ມິຖຸນາປີ 1984, ໜັງສືພິມປະຊາຊົນລາຍວັນໄດ້ພິມບົດຄວາມທີ່ມີຫົວຂໍ້ວ່າ “ເຈີ້ງຕິ້ງປິ່ນໜ້າມືເປັນຫຼັງມື”, ໂດຍຍ້ອງຍໍວ່າເສດຖະກິດເມືອງເຈີ້ງຕິ້ງໄດ້ຊອກທາງອອກໃໝ່, ມີຜົນປະໂຫຍດຕໍ່ຕົວເມືອງທັງໄດ້ເຮັດໃຫ້ຊົນນະບົດຮັ່ງມີຂຶ້ນ. ນີ້ກໍເປັນຄັ້ງທຳອິດທີ່ຊື່ຂອງທ່ານສີຈິ້ນຜິງປະກົດຢູ່ໃນໜັງສືພິມກະບອກສຽງຂອງສູນກາງພັກກອມມູນິດຈີນ.