ທ່ານຫວາງຢີ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງເອກອັກຄະລັດຖະທູດສ.ເກົາຫຼີທີ່ຈະໝົດໜ້າທີ່ແລະເອກອັກຄະລັດຖະທູດອິນເດຍປະຈຳຈີນຄົນໃໝ່

2022-06-23 15:42:37 CRI

 

ຕາມຂ່າວCRI: ວັນທີ 22 ມິຖຸນານີ້, ທ່ານຫວາງຢີ້, ທີ່ປຶກສາແຫ່ງລັດທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານຊາງຮາຊູງ, ເອກອັກຄະລັດຖະທູດສ.ເກົາຫຼີປະຈຳຈີນທີ່ໝົດໜ້າທີ່ແລະທ່ານປຣາດິບ ຄູມາ ຣາວັດ, ເອກອັກຄະລັດຖະທູດອິນເດຍປະຈຳຈີນຄົນໃໝ່.

 

ໃນເວລາພົບກັບທ່ານຊາງຮາຊູງ, ທ່ານຫວາງຢີ້ໄດ້ສະແດງຄວາມຂອບໃຈຕໍ່ການປະກອບສ່ວນທີ່ສຳຄັນເຂົ້າໃນການລົງເລິກການພົວພັນລະຫວ່າງຈີນ-ສ.ເກົາຫຼີຂອງທ່ານຊາງຮາຊູງ. ທ່ານຫວາງຢີ້ກ່າວວ່າ, ຈີນຈະສືບຕໍ່ຖືສ.ເກົາຫຼີໄວ້ຢູ່ໃນຖານະທີ່ສຳຄັນດ້ານການຕ່າງປະເທດຢູ່ອ້ອມຂ້າງຈີນ. ຫວັງວ່າລັດຖະບານສ.ເກົາຫຼີຊຸດໃໝ່ຈະສືບຕໍ່ຍຶດໝັ້ນນະໂຍບາຍທີ່ມີໄມຕີຈິດຕໍ່ຈີນ, ຊຸກຍູ້ໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຈີນ-ສ.ເກົາຫຼີມີບາດກ້າວຂະຫຍາຍຕົວໃໝ່.

 

ທ່ານຊາງຮາຊູງກ່າວວ່າ, ເຊື່ອໝັ້ນວ່າຈີນຈະຮັກສາທ່ວງທ່າການພັດທະນາຢ່າງເຂັ້ມແຂງ, ມິດຕະພາບແລະການຮ່ວມມືຕົວຈິງລະຫວ່າງສ.ເກົາຫຼີ-ຈີນຈະໄດ້ຮັບການພັດທະນາໃຫ້ເຂົ້າສູ່ລວງເລິກຕື່ມອີກ.

 

ໃນເວລາພົບກັບທ່ານປາດິບ ຄູມາ ຣາວັດ, ເອກອັກຄະລັດຖະທູດອິນເດຍປະຈຳຈີນຄົນໃໝ່, ທ່ານຫວາງຢີ້ກ່າວວ່າ, ສອງຝ່າຍຕ້ອງເດີນຕາມທິດທາງດຽວກັນ, ຊຸກຍູ້ໃຫ້ການພົວພັນລະຫວ່າງຈີນ-ອິນເດຍຮັກສາທ່ວງທ່າທີ່ຟື້ນຟູດີຂຶ້ນແລະກັບຄືນສູ່ທິດທາງການພັດທະນາຢ່າງໝັ້ນທ່ຽງແລະປອດໃສໂດຍໄວ.

 

ທ່ານປຣາດິບ ຄູມາ ຣາວັດກ່າວວ່າ: ອິນເດຍຍິນດີຮ່ວມກັນກັບຈີນ, ເພີ່ມທະວີການແລກປ່ຽນຄວາມເຫັນ, ແກ້ໄຂຄວາມຂັດແຍ່ງຢ່າງເໝາະສົມ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈກັນ, ຊຸກຍູ້ໃຫ້ການຮ່ວມມືສອງຝ່າຍໄດ້ຮັບການພັດທະນາກ້າວໄປຂ້າງໜ້າໃຫ້ດີກວ່າເກົ່າ.