ທ່ານ ສີຈິ້ນຜິງ ກ່າວວ່າ: ບັນດາປະເທດບຣິກສຄວນກ້າຮັບຜິດຊອບແລະສ້າງຜົນງານ ເພື່ອ ເພີ່ມກຳລັງແຮງທີ່ຕັ້ງໜ້າ, ໝັ້ນທ່ຽງແລະມີລັກສະນະສ້າງສັນໃຫ້ກັບໂລກ

2022-06-23 23:46:43 cri


     ຕອນຄ່ຳວັນທີ 23 ມິຖຸນານີ້,  ຢູ່ນະຄອນຫຼວງປັກກິ່ງ ແຫ່ງ ສປ ຈີນ, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ເປັນປະທານຈັດກອງປະຊຸມພົບປະ ຂອງຜູ້ນຳບັນດາປະເທດບຣິກສຄັ້ງທີ 14 ຜ່ານທາງວິດີໂອ.

      ທ່ານ ສີຈິ້ນຜິງ ຊີ້ໃຫ້ເຫັນວ່າ: ໃນໄລຍະ 1 ປີຜ່ານມາ, ພະຍາດໂຄວິດ-19 ໄດ້ແຜ່ລະບາດຢູ່ແຫ່ງຕ່າງໆຂອງໂລກ, ການຟື້ນຟູເສດຖະກິດໂລກໄດ້ພົບກັບຄວາມຫຍຸ້ງຍາກ, ບັນຫາສັນຕິພາບແລະຄວາມໝັ້ນຄົງມີຄວາມພົ້ນເດັ່ນຂຶ້ນຫຼາຍກວ່າເກົ່າ. ໂດຍຜະເຊີນໜ້າກັບສະຖານະການອັນຂ້ຽວຂາດແລະສັບສົນ, ພວກເຮົາໄດ້ຍຶດໝັ້ນຈິດໃຈບຣິກສທີ່ເປີດປະຕູ,ກວມລວມ,ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງສະເໝີຕົ້ນສະເໝີປາຍ, ເພີ່ມທະວີຄວາມສາມັກຄີແລະການປະສານງານກັນ,ຮ່ວມມືກັນຜ່ານຜ່າຄວາມຫຍຸ້ງຍາກ. ກົນໄກບຣິກສໄດ້ສະແດງໃຫ້ເຫັນເຖິງຄວາມເຂັ້ມແຂງແລະຄວາມມີຊີວິດຊີວາ, ການຮ່ວມມືລະຫວ່າງບັນດາປະເທດບຣິກສໄດ້ຮັບຄວາມຄືບໜ້າແລະໝາກຜົນທີ່ຕັ້ງໜ້າ.

     ທ່ານ ສີຈິ້ນຜິງ ກ່າວເນັ້ນໜັກວ່າ: ກອງປະຊຸມພົບປະຄັ້ງນີ້ພໍດີຈັດຂຶ້ນຖືກກັບຈຸດເວລາອັນສຳຄັນທີ່ສັງຄົມມະນຸດຄວນເລືອກກ້າວເດີນໄປຕາມທິດທາງໃດ. ບັນດາປະເທດບຣິກສໃນຖານະເປັນປະເທດໃຫຍ່ພວມພັດທະນາແລະປະເທດທີ່ມີຕະຫຼາດຈະເລີນໃໝ່ທີ່ສຳຄັນ, ຄວນກ້າຮັບຜິດຊອບແລະສ້າງຜົນງານ ເພື່ອເພີ່ມກຳລັງແຮງທີ່ຕັ້ງໜ້າ, ໝັ້ນທ່ຽງແລະມີລັກສະນະສ້າງສັນໃຫ້ກັບໂລກ. 


ໜຶ່ງ,ພວກເຮົາຕ້ອງສົ່ງສຽງທີ່ຍຸດຕິທຳແລະເປັນທຳ,ຊຸກຍູ້ໃຫ້ປະຊາຄົມໂລກຈັດຕັ້ງປະຕິບັດລັດທິຫຼາຍຝ່າຍທີ່ແທ້ຈິງ,ປົກປັກຮັກສາລະບົບສາກົນທີ່ຖືອົງການສະຫະປະຊາຊາດເປັນແກນກາງແລະລະບຽບສາກົນທີ່ຖືກົດໝາຍສາກົນເປັນພື້ນຖານ, ປະຖິ້ມແນວຄິດສົງຄາມເຢັນແລະການເປັນປໍລະປັກກັນລະຫວ່າງຝ່າຍ,ຕໍ່ຕ້ານການລົງໂທດແຕ່ຝ່າຍດຽວແລະການລົງໂທດຊະຊາຍ,ສ້າງໃຫ້ມີ “ຄອບຄົວໃຫຍ່” ທີ່ເປັນປະຊາຄົມຮ່ວມຊາຕາກຳຂອງມວນມະນຸດເພື່ອລື່ນກຸ່ມກ້ອນຄັບແຄບແບບລັດທິເຈົ້າອຳນາດ.

ສອງ, ພວກເຮົາຕ້ອງມີຄວາມເຊື່ອໝັ້ນຢ່າງເດັດດ່ຽວໃນການເອົາຊະນະການແຜ່ລະບາດຂອງພະຍາດໂຄວິດ-19,ປະຕິບັດຕາມຫຼັກການທີ່ຮັບຜິດຊອບຕໍ່ປະຊາຊົນແລະຮັບຜິດຊອບຕໍ່ຊີວິດ, ສ້າງແນວປ້ອງກັນແລະຄວບຄຸມພະຍາດໃຫ້ໝັ້ນແກ່ນ, ເພີ່ມທະວີການຮ່ວມມືສາກົນເພື່ອຕ້ານພະຍາດໂຄວິດ-19,ຮ່ວມກັນປ້ອງກັນຊີວິດແລະສຸຂະພາບຂອງມວນມະນຸດ.

ສາມ, ພວກເຮົາຕ້ອງເຕົ້າໂຮມກຳລັງແຮງສັງລວມເພື່ອເຮັດໃຫ້ເສດຖະກິດຟື້ນຟູຄືນໃໝ່,ເພີ່ມທະວີການປະສານງານດ້ານນະໂຍບາຍມະຫາພາກ,ຮັບປະກັນ ຕ່ອງໂສ້ອຸດສາຫະກຳແລະຕ່ອງໂສ້ການສະໜອງໃຫ້ມີຄວາມປອດໄພແລະຄວາມໂລ່ງລ່ຽນ,ສ້າງເສດຖະກິດໂລກແບບເປີດກວ້າງ,ປ້ອງກັນແລະແກ້ໄຂຄວາມສ່ຽງແລະສິ່ງທ້າທາຍ ສຳຄັນໃນການພັດທະນາຂອງໂລກ,ເພື່ອບັນລຸການເຕີບໂຕທາງດ້ານເສດຖະກິດທີ່ ກວມລວມຫຼາຍກວ່າເກົ່າແລະມີຄວາມເຂັ້ມແຂງຫຼາຍກວ່າເກົ່າ.

ສີ່,ພວກເຮົາຕ້ອງຊຸກຍູ້ການພັດທະນາແບບຍືນຍົງ,ຍຶດໝັ້ນແນວຄິດການພັດທະນາທີ່ຖືປະຊາຊົນເປັນໃຈກາງ,ເພີ່ມການລົງທຶນໃນຂົງເຂດຕ່າງໆເຊັ່ນ: ການຫຼຸດຜ່ອນຄວາມທຸກຍາກ,ສະບຽງອາຫານ,ການສຶກສາ,ສາທາລະນະສຸກແລະຂົງເຂດອື່ນໆ,ຊຸກຍູ້ການຈັດຕັ້ງປະຕິບັດວາລະການພັດທະນາແບບຍືນຍົງຮອດປີ 2030 ຂອງອົງການສະຫະປະຊາຊາດ,ເພື່ອບັນລຸການພັດທະນາຂອງໂລກໃຫ້ມີຄວາມເຂັ້ມແຂງ, ສີຂຽວ ແລະ ປອດໃສກວ່າເກົ່າ. 


      ທ່ານ ສີຈິ້ນຜິງ ຊີ້ໃຫ້ເຫັນວ່າ: ຂ້າພະເຈົ້າຄອງຄອຍຈະຮ່ວມກັບບັນດາທ່ານລົງເລິກແລກປ່ຽນແລະປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາໂດຍປິ່ນອ້ອມຫົວຂໍ້ “ສ້າງການພົວພັນຄູ່ຮ່ວມມືທີ່ມີຄຸນນະພາບສູງ,ຮ່ວມກັນສ້າງຍຸກໃໝ່ແຫ່ງການພັດທະນາຂອງໂລກ”,ເພື່ອຮ່ວມກັນປະກອບສະຕິປັນຍາເຂົ້າໃນການຊຸກຍູ້ການຮ່ວມມືລະຫວ່າງບັນດາປະເທດບຣິກສໃຫ້ຂະຫຍາຍຕົວດ້ວຍຄຸນນະພາບສູງ.