ໃນສະພາສິດທິມະນຸດຂອງອົງການສະຫະປະຊາຊາດຜູ້ຕາງໜ້າຈີນສະແດງຄວາມເປັນຫ່ວງຕໍ່ການສັງຫານຢູ່ເໜືອກົດໝາຍຂອງອາເມຣິກາ

2022-06-23 15:43:31 CRI

 

ຕາມຂ່າວCRI: ວັນທີ 22 ມິຖຸນານີ້, ໃນກອງປະຊຸມຄັ້ງທີ 50 ຂອງສະພາສິດທິມະນຸດອົງການສະຫະປະຊາຊາດ, ຜູ້ຕາງໜ້າຈີນໄດ້ກ່າວໃນເວລາສົນທະນາກັບຜູ້ລາຍງານພິເສດກ່ຽວກັບບັນຫາການສັງຫານຢູ່ເໜືອກົດໝາຍວ່າ: ຈີນສະແດງຄວາມເປັນຫ່ວງຕໍ່ບັນຫາການສັງຫານຢູ່ເໜືອກົດໝາຍຂອງອາເມຣິກາ.

 

ຜູ້ຕາງໜ້າຈີນກ່າວຕື່ມວ່າ: ເຫດການປະຕິບັດກົດໝາຍດ້ວຍການໃຊ້ຄວາມຮຸນແຮງຂອງຕຳຫຼວດອາເມຣິກາເຮັດໃຫ້ມີຜູ້ເສຍຊີວິດໄດ້ເກີດຂຶ້ນເລື້ອຍໆ. ຕາມຂ່າວລາຍງານໃຫ້ຮູ້ວ່າ, ໃນເວລາ 1 ປີຫຼັງຈາກທ້າວຈອດສ ຟຣອຍ ປະຊາຊົນອາເມຣິກາຜິວດຳໄດ້ເສຍຊີວິດຍ້ອນການປະຕິບັດກົດໝາຍດ້ວຍການໃຊ້ຄວາມຮຸນແຮງຂອງຕຳຫຼວດ, ເຈົ້າໜ້າທີ່ປະຕິບັດກົດໝາຍຂອງອາເມຣິກາໄດ້ສັງຫານຄົນເຊື້ອສາຍສ່ວນໜ້ອຍຫຼາຍຮ້ອຍຄົນຢູ່ພາຍໃນປະເທດ, ທະຫານອາເມຣິກາໄດ້ສັງຫານປະຊາຊົນຜູ້ບໍລິສຸດຂອງປະເທດອື່ນຕາມລຳພັງໃຈໃນການເຄື່ອນໄຫວດ້ານການທະຫານຢູ່ຕ່າງປະເທດ, ແຕ່ຜູ້ກໍ່ເຫດຊ້ຳພັດບໍ່ໄດ້ຮັບການລົງໂທດຕາມກົດໝາຍ. ຜູ້ຕາງໜ້າຈີນເລັ່ງທວງໃຫ້ສະພາສິດທິມະນຸດແລະຜູ້ລາຍງານພິເສດກ່ຽວກັບບັນຫາການສັງຫານຢູ່ເໜືອກົດໝາຍສືບຕໍ່ຕິດຕາມບັນຫາການປະຕິບັດກົດໝາຍດ້ວຍການໃຊ້ຄວາມຮຸນແຮງຂອງຕຳຫຼວດອາເມຣິກາແລະທະຫານອາເມຣິກາສັງຫານປະຊາຊົນບໍລິສຸດຂອງປະເທດອື່ນແຕ່ບໍ່ໄດ້ຮັບໂທດ, ຊຸກຍູ້ໃຫ້ເຫດການທີ່ກ່ຽວຂ້ອງໄດ້ຮັບການສືບສວນຢ່າງຮອບດ້ານແລະເປັນທຳ, ເຮັດໃຫ້ຜູ້ກໍ່ເຫດໄດ້ຮັບການລົງໂທດຕາມກົດໝາຍ.