ຈັດກອງປະຊຸມພົບປະບໍ່ເປັນທາງການຂອງລັດຖະມົນຕີກະຊວງປ້ອງກັນປະເທດຈີນ-ອາຊຽນຄັ້ງທີ 13 ຜ່ານທາງວິດີໂອ

2022-06-23 11:13:53 cri



ກອງປະຊຸມພົບປະບໍ່ເປັນທາງການຂອງລັດຖະມົນຕີກະຊວງປ້ອງກັນປະ ເທດຈີນ-ອາຊຽນຄັ້ງທີ 13 ໄດ້ຈັດຂຶ້ນຜ່ານທາງວິດີໂອໃນວັນທີ 22 ມິຖຸນານີ້ ໂດຍມີທ່ານ ເວີ້ຍເຟີ້ງເຫີ ທີ່ປຶກສາແຫ່ງລັດທັງເປັນລັດຖະມົນຕີກະຊວງປ້ອງກັນ ປະເທດຈີນ ແລະທ່ານເຕຍບັນ ຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະ ຊວງປ້ອງກັນປະເທດກຳປູເຈຍຮ່ວມກັນເປັນປະທານ.



ທ່ານເວີ້ຍເຟີ້ງເຫີ ກ່າວວ່າ: ເດືອນພະຈິກປີ2021ຜ່ານມາ, ທ່ານປະທານສີຈິ້ນຜິງໄດ້ຮ່ວມກັນກັບຜູ້ນຳບັນດາປະເທດອາຊຽນປະກາດສ້າງຕັ້ງສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຈີນ-ອາຊຽນຂຶ້ນ, ນີ້ເປັນຂີດຫມາຍ ອັນໃຫມ່ໃນປະຫວັດການພົວພັນສອງຝ່າຍ. ຕະຫຼອດໄລຍະ 30 ກວ່າປີຜ່ານ ມານີ້, ມິດຕະພາບແລະການຮ່ວມມືລະຫວ່າງຈີນກັບອາຊຽນໄດ້ຂະຫຍາຍຕົວ ຢ່າງບໍ່ຢຸດຢັ້ງ, ໄດ້ຮັບຫມາກຜົນທີ່ອຸດົມສົມບູນ. ຈີນແລະອາຊຽນຄວນສືບຕໍ່ ຍຶດຫມັ້ນການເຄົາລົບເຊິ່ງກັນແລະກັນ, ເປີດກວ້າງ, ກວມລວມ, ຮ່ວມມືແບບ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ຮ່ວມມືກັນກໍ່ສ້າງປະຊາຄົມຮ່ວມຊາຕາ ກຳຈີນ-ອາຊຽນໃຫ້ແຫນ້ນແຟ້ນກວ່າເກົ່າ.

 ຜູ້ນຳຂະແຫນງການປ້ອງກັນປະເທດຂອງບັນດາປະເທດອາຊຽນໄດ້ ຢືນຢັນວ່າ: ການທີ່ອາຊຽນສ້າງສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານກັບຈີນ ໄດ້ອຳນວຍໂອກາດອັນໃໝ່ໃຫ້ແກ່ສອງຝ່າຍລົງເລິກການຮ່ວມມືດ້ານການປ້ອງກັນປະເທດແລະຮັກສາຄວາມໝັ້ນຄົງ. ອາຊຽນຍິນດີຮ່ວມກັນກັບຈີນເພີ່ມທະ ວີການຮ່ວມມືດ້ານການປ້ອງກັນປະເທດແລະຮັກສາຄວາມໝັ້ນຄົງຕື່ມອີກເພື່ອຮ່ວມກັນປົກປັກຮັກສາສັນຕິພາບ ສະຖຽນລະພາບແລະການພັດທະນາແບບຍືນຍົງຂອງພາກພື້ນ.