ອັດກອງປະຊຸມຄັ້ງທີ 22 ຂອງຄະນະກຳມະການປະຈຳສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນຊຸດທີ 13

2022-06-23 15:44:11 cri

      ກອງປະຊຸມຄັ້ງທີ 22 ຂອງຄະນະກຳມະການປະຈຳສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນຊຸດທີ 13 ໄດ້ອັດລົງຢູ່ນະຄອນຫຼວງປັກກິ່ງໃນວັນທີ 22 ມິຖຸນານີ້. ກອງປະຊຸມຄັ້ງນີ້ໄດ້ດຳເນີນການປຶກສາຫາລືແລະປຶກສາການເມືອງພາຍໃຕ້ຫົວຂໍ້ປະສານງານການຊຸກຍູ້ການພັດທະນາຕາມທິດສີຂຽວ,ກາກບອນຕ່ຳແລະມີຄຸນນະພາບສູງໃຫ້ເປັນເອກະພາບກັນ”. ທ່ານ ວ່າງຢາງ ກຳມະການປະຈຳກົມການເມືອງສູນກາງພັກຄອມມູນິດຈີນ,ປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນໄດ້ເປັນປະທານແລະກ່າວຄຳປາໄສປິດກອງປະຊຸມ.

      ກອງປະຊຸມຄັ້ງນີ້ໄດ້ທຳການຈັດວາງກ່ຽວກັບສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນໃນການເຊື່ອມຊຶມແລະຈັດຕັ້ງປະຕິບັດກົດລະບຽບດ້ານວຽກງານປຶກສາການເມືອງຂອງພັກຄອມມູນິດຈີນ”.