ລັດຖະສະພາອິສຣາແອນລົງຄະແນນສຽງຮອບທຳອິດຮັບຮອງເອົາຮ່າງກົດໝາຍວ່າດ້ວຍການຍຸບລັດຖະສະພາ

2022-06-23 11:16:13 cri



ວັນທີ 22 ມິຖຸນານີ້, ລັດຖະສະພາອິສຣາແອນໄດ້ຮັບຮອງເອົາຮ່າງ ກົດໝາຍວ່າດ້ວຍການຍຸບລັດຖະສະພາດ້ວຍຄະແນນສຽງສ່ວນຫຼາຍ.

ລັດຖະສະພາອິດຣາແອນລວມທັງໝົດມີ 120 ບ່ອນນັ່ງ. ຮ່າງກົດໝາຍດັ່ງກ່າວໄດ້ຜ່ານການຮັບຮອງດ້ວຍຄະແນນສຽງເຫັນດີ 110 ຄະແນນໃນກອງປະຊຸມຄົບຄະນະລັດຖະສະພາທີ່ຈັດຂຶ້ນໃນວັນທີ 22 ມິຖຸນານີ້. ຮ່າງກົດໝາຍສະບັບນີ້ຈະຖືກຍື່ນໃຫ້ຄະນະກຳມະການລັດຖະສະພາ, ຖ້າຫາກໄດ້ຜ່ານການຮັບຮອງຈາກການລົງຄະແນນສຽງ 3 ຮອບແລ້ວ, ລັດຖະສະພາຊຸດປັດຈຸບັນຈະຖືກຍຸບໄປ. ທ່ານນາຟຕາລີ ເບນເນັດ ນາຍົກລັດຖະມົນຕີອິສຣາແອນຈະສິ້ນສຸດວາລະການດຳລົງຕຳແໜ່ງ ກ່ອນກຳນົດ, ທ່ານເຢຍ ລາປິດ ວ່າທີ່ນາຍົກລັດຖະມົນຕີຈະເປັນນາຍົກລັດ ຖະມົນຕີຮັກສາການຈົນກວ່າຄະນະລັດຖະບານຊຸດໃໝ່ຈະສ້າງຕັ້ງຂຶ້ນ. ຄາດວ່າ, ການເລືອກຕັ້ງລັດຖະສະພາຊຸດໃໝ່ຈະຈັດຂຶ້ນໃນທ້າຍເດືອນຕຸລາປີນີ້.