ກອງປະຊຸມຫົວໜ້າລັດຖະບານຂອງສະຫະພາບເສດຖະກິດເອີຣົບ-ອາຊີທີ່ດຳເນີນເປັນເວລາ 2 ວັນໄດ້ສິ້ນສຸດລົງຢູ່ນະຄອນຫຼວງມິນສ໌ກປະເທດເບລາຣຸດຊີໃນວັນທີ 21 ມິຖຸນານີ້.
ທ່ານ ມິຮາອີ ວະລາດີເມຍໂອວິກ ມິຢັສນິໂຄວິກ ປະທານຄະນະບໍລິຫານງານຂອງຄະນະກຳມະການເສດຖະກິດເອີຣົບ-ອາຊີກ່າວພາຍຫຼັງກອງປະຊຸມວ່າ: ບັນດາຝ່າຍທີ່ເຂົ້າຮ່ວມກອງປະຊຸມໄດ້ຜ່ານມະຕິຕົກລົງໂດຍຈະດຳເນີນການສ້າງພື້ນຖານໂຄງລ່າງດ້ານຄົມມະນາຄົມ ລວມທັງການສ້າງແລວແລະເສັ້ນທາງການຂົນສົ່ງຂອງເອີຣົບ-ອາຊີ.
ບັນດາຝ່າຍທີ່ເຂົ້າຮ່ວມກອງປະຊຸມຍັງໄດ້ປຶກສາຫາລືກ່ຽວບັນບັນຫາຕ່າງໆເຊັ່ນ: ຄວາມໝັ້ນຄົງດ້ານສະບຽງອາຫານ, ການຕິດຕາມຄຸ້ມຄອງຕະຫຼາດປະເພດເຄື່ອງດື່ມທີ່ມີທາດເຫຼົ້າ, ເພີ່ມທະວີຕະຫຼາດພາຍໃນສະຫະພາບ,ການປັບປຸງພາສີອາກອນແລະຫັນເປັນດີຈີຕອນ,ສິນຄ້າທົດແທນການນຳເຂົ້າພາຍໃຕ້ຂອບສະຫະພາບແລະບັນຫາອື່ນໆ.