ທ່ານສີຈິ້ນຜິງເຂົ້າຮ່ວມພິທີໄຂເວທີປຶກສາຫາລືອຸດສາຫະກຳການຄ້າຂອງບັນດາປະເທດບຣິກສ໌ແລະກ່າວຄຳປາໄສ

2022-06-23 00:37:10 cri

     ຕອນຄ່ຳວັນທີ 22 ມິຖຸນາປີ 2022 ນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມພິທີໄຂເວທີປຶກສາຫາລືອຸດສາຫະກຳການຄ້າຂອງບັນດາປະເທດບຣິກສ໌ຜ່ານທາງອອນລາຍແລະກ່າວຄຳປາໄສທີ່ພາດຫົວເລື່ອງວ່າ ກຳກັບກະແສຂອງຍຸກສະໄໝ ສ້າງອະນາຄົດທີ່ສະຫວ່າງສະໄຫວ.

     ທ່ານສີຈິ້ນຜິງຊີ້ໃຫ້ເຫັນວ່າ: ປັດຈຸບັນ, ການປ່ຽນແປງຂອງໂລກໃນຮອບ 100 ປີມານີ້ກັບການແຜ່ລະບາດຂອງພະຍາດໂຄວິດ-19 ສະຫຼັບສັບຊ້ອນກັນ, ສິ່ງທ້າທາຍຕ່າງໆດ້ານຄວາມໝັ້ນຄົງເກີດຂຶ້ນຢ່າງບໍ່ຢຸດຢັ້ງ, ການຟື້ນຟູເສດຖະກິດໂລກລຳບາກຫຼາຍ, ການພັດທະນາຂອງໂລກໄດ້ປະສົບອຸປະສັກຢ່າງໜັກໜ່ວງ. ໂລກຈະໄປທາງໃດ? ສັນຕິພາບ ຫຼືສົງຄາມ? ພັດທະນາ ຫຼືຊຸດໂຊມລົງ? ເປີດປະຕູສູ່ພາຍນອກ ຫຼືປິດປະເທດ? ຮ່ວມມື ຫຼືເປັນປໍລະປັກກັນ? ບັນຫາເຫຼົ່ານີ້ແມ່ນບັນຫາທີ່ພວກເຮົາຕ້ອງປະເຊີນໃນຍຸກປັດຈຸບັນ.

     ທ່ານສີຈິ້ນຜິງກ່າວເນັ້ນວ່າ: ໃນປະຫວັດສາດທີ່ຍາວນານມານີ້, ບາງເທື່ອມີຄວາມສະຫງົບສຸກ, ບາງເທື່ອມີຄວາມປັ່ນປ່ວນ, ແຕ່ຕ້ອງກ້າວໄປໜ້າ. ເຖິງວ່າສະຖານະການຂອງໂລກມີການປ່ຽນແປງເລື້ອຍໆ, ແຕ່ທ່ວງທ່າຂອງການເປີດປະຕູແລະການຂະຫຍາຍຕົວຈະບໍ່ມີການປ່ຽນແປງ, ຄວາມປາຖະນາທີ່ຮ່ວມມືກັນຮັບມືກັບສິ່ງທ້າທາຍກໍ່ຈະບໍ່ມີການປ່ຽນແປງ. ພວກເຮົາຕ້ອງມີຄວາມອົງອາດກ້າຫານ, ຮັບຮູ້ກົດເກນການພັດທະນາຂອງປະຫວັດສາດຢ່າງຖືກຕ້ອງ, ບໍ່ຖືກບາງເລື່ອງປິດບັງສາຍຕາ, ບໍ່ຢ້ານຄວາມສ່ຽງ, ຮັບມືກັບສິ່ງທ້າທາຍຢ່າງອົງອາດກ້າຫານ, ກ້າວໄປສູ່ເປົ້າໝາຍການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດຢ່າງເດັດດ່ຽວໜຽວແໜ້ນ.

     ອັນທີໜຶ່ງ, ພວກເຮົາຕ້ອງສາມັກຄີແລະປະສານງານກັນ, ຮ່ວມກັນປົກປັກຮັກສາສັນຕິພາບແລະສະຖຽນລະພາບຂອງໂລກ. ປະຫວັດສາດໄດ້ຢັ້ງຢືນໃຫ້ເຫັນວ່າ: ລັດທິເຈົ້າອຳນາດ ການເມືອງແບບຮ່ວມກຸ່ມ ການເປັນປໍລະປັກກັນລະຫວ່າງກຸ່ມບໍ່ສາມາດນຳເອົາສັນຕິພາບແລະຄວາມໝັ້ນຄົງມາໃຫ້ພວກເຮົາໄດ້, ມີແຕ່ຈະພາໃຫ້ເກີດສົງຄາມແລະການປະທະກັນ. ການມົວເມົາແຕ່ກຳລັງຕົວຈິງແລະຖານະ, ເປີດກວ້າງພັນທະມິດດ້ານການທະຫານ, ສະແຫວງຫາຄວາມປອດໄພຂອງປະເທດຕົນດ້ວຍການເສຍສະຫຼະຄວາມປອດໄພຂອງປະເທດອື່ນນັ້ນ, ຍ່ອມຈະຕົກຢູ່ໃນສະພາບຫຍຸ້ງຍາກດ້ານຄວາມໝັ້ນຄົງ. ມີແຕ່ທຸກຄົນຖະໜອມຫວງແຫນສັນຕິພາບ ປົກປັກຮັກສາສັນຕິພາບ, ມີແຕ່ທຸກຄົນຈື່ໄວ້ຄວາມເຈັບປວດທໍລະມານຈາກສົງຄາມ, ສັນຕິພາບຈຶ່ງຈະມີຄວາມຫວັງ.

     ອັນທີສອງ, ພວກເຮົາຕ້ອງເອົາໃຈໃສ່ແລະຊ່ວຍເຫຼືອເຊິ່ງກັນແລະກັນ, ຮ່ວມກັນຊຸກຍູ້ການພັດທະນາແບບຍືນຍົງຂອງໂລກ. ປັດຈຸບັນນີ້, ຂະບວນການພັດທະນາຂອງໂລກໄດ້ຖືກຜົນກະທົບຢ່າງໜັກໜ່ວງ. ປະຊາກອນ 1,2 ຕື້ຄົນໃນເກືອບ 70 ປະເທດຂອງໂລກກຳລັງປະເຊີນກັບວິກິດການຕ່າງໆ ເຊັ່ນ: ການແຜ່ລະບາດຂອງພະຍາດ ການຂາດເຂີນສະບຽງອາຫານແລະພະລັງງານ ແລະວິກິດການໜີ້ສິນ, ໝາກຜົນຂອງການຫຼຸດຜ່ອນຄວາມທຸກຍາກຂອງໂລກໃນຫຼາຍສິບປີຜ່ານມາອາດຈະເສຍໄປໝົດ.

     ອັນທີສາມ, ພວກເຮົາຕ້ອງຮ່ວມແຮງຮ່ວມໃຈກັນ, ຮ່ວມກັນບັນລຸການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ. ປັດຈຸບັນ, ຕ່ອງໂສ້ການຜະລິດແລະຕ່ອງໂສ້ການສະໜອງທີ່ສຳຄັນຈຳນວນໜຶ່ງຖືກລົບກວນ, ໄພເງິນເຟີ້ໃນທົ່ວໂລກໜັກໜ່ວງທີ່ສຸດ, ຕະຫຼາດການທະນາຄານສາກົນມີຄວາມປັ່ນປ່ວນຢ່າງຕໍ່ເນື່ອງ, ການຟື້ນຟູຂອງເສດຖະກິດໂລກຊ້າລົງຢ່າງບໍ່ຢຸດຢັ້ງ. ໃນຂະນະນີ້, ມີແຕ່ຍຶດໝັ້ນການຮ່ວມແຮງຮ່ວມໃຈກັນ ແລະການຮ່ວມມືຢ່າງສາມັກຄີກັນ, ຈຶ່ງສາມາດເອົາຊະນະວິກິດການເສດຖະກິດໄດ້.

     ອັນທີສີ່, ພວກເຮົາຕ້ອງມີຄວາມໂອບເອື້ອອາລີ, ຮ່ວມກັນເປີດປະຕູໃຫ້ກວ້າງອອກແລະເຊື່ອມໂຍງເຂົ້າກັນ. ເສດຖະກິດໂລກາພິວັດແມ່ນຄວາມຕ້ອງການດ້ານພາວະວິໄສຂອງການພັດທະນາກຳລັງການຜະລິດ ແລະເປັນກະແສຂອງປະຫວັດສາດທີ່ສະກັດກັ້ນບໍ່ໄດ້. 


     ທ່ານສີຈິ້ນຜິງຍັງກ່າວເນັ້ນຕື່ມວ່າ: ແຕ່ຕົ້ນປີນີ້ມາ, ໂດຍປະເຊີນກັບສະພາບແວດລ້ອມການພັດທະນາທັງພາຍໃນແລະຕ່າງປະເທດທີ່ສັບສົນ, ຈີນໄດ້ຍຶດໝັ້ນຈັດສັນການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ກັບການພັດທະນາເສດຖະກິດສັງຄົມຢ່າງເປັນເອກະພາບກັນ, ຍຶດໝັ້ນຖືປະຊາຊົນ ແລະຊີວິດເປັນສິ່ງທີ່ເໜືອທຸກສິ່ງທຸກຢ່າງ, ໄດ້ສຸດຄວາມສາມາດເພື່ອປົກປ້ອງຊີວິດແລະສຸຂະພາບຂອງປະຊາຊົນ, ຍັງໄດ້ຮັກສາຄວາມໝັ້ນທ່ຽງຂອງພື້ນຖານການພັດທະນາເສດຖະກິດສັງຄົມໃນລະດັບສູງສຸດ. ຈີນຈະເພີ່ມຄວາມແຮງດັດສົມດ້ວຍນະໂຍບາຍມະຫາພາກ, ໃຊ້ມາດຕະການຢ່າງບັງເກີດຜົນກວ່າເກົ່າ, ພະຍາຍາມບັນລຸເປົ້າໝາຍການພັດທະນາເສດຖະກິດສັງຄົມໃນໝົດປີ. ໃນທ້າຍປີນີ້, ພວກເຮົາຈະຈັດກອງປະຊຸມຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູນິດຈີນ, ວາງແຜນພັດທະນາຂອງຈີນໃນໄລຍະຕໍ່ໄປ. ຈີນຈະຢືນຢູ່ໄລຍະໃໝ່ແຫ່ງການພັດທະນາ, ປະຕິບັດຕາມແນວຄິດການພັດທະນາອັນໃໝ່, ຕັ້ງໜ້າສ້າງສະຖານະພາບການພັດທະນາອັນໃໝ່, ພະຍາຍາມບັນລຸການພັດທະນາດ້ວຍຄຸນນະພາບສູງ. ຈີນຈະສືບຕໍ່ຍົກລະດັບການເປີດປະຕູສູ່ພາຍນອກໃຫ້ສູງຂຶ້ນ, ສ້າງສະພາບແວດລ້ອມການດຳເນີນທຸລະກິດທີ່ຫັນເປັນຕະຫຼາດ ບໍລິຫານຕາມກົດໝາຍ ແລະເປັນແບບສາກົນ. ຍິນດີຕ້ອນຮັບບັນດາທ່ານມາລົງທຶນແລະດຳເນີນທຸລະກິດຢູ່ຈີນ, ເພີ່ມທະວີການຮ່ວມມືດ້ານເສດຖະກິດການຄ້າ, ຊົມໃຊ້ໂອກາດການພັດທະນາຮ່ວມກັນ.

     ທ່ານສີຈິ້ນຜິງຍັງຊີ້ໃຫ້ເຫັນວ່າ: ກົນໄກຮ່ວມມືບັນດາປະເທດບຣິກສ໌ແມ່ນເວທີການຮ່ວມມືທີ່ສຳຄັນລະຫວ່າງປະເທດທີ່ເປັນຕະຫຼາດຈະເລີນໃໝ່ກັບປະເທດພວມພັດທະນາ. ປັດຈຸບັນ, ການຮ່ວມມືລະຫວ່າງບັນດາປະເທດບຣິກສ໌ໄດ້ກ້າວເຂົ້າສູ່ໄລຍະໃໝ່ແຫ່ງການພັດທະນາດ້ວຍຄຸນນະພາບສູງ. ຫວັງໃຫ້ນັກວິສາຫະກິດບັນດາທ່ານຈົ່ງສົ່ງເສີມຈິດໃຈໝັ້ນໝຽວບໍ່ປ່ຽນແປງ ແລະກ້ານຳໜ້າໝູ່, ຊຸກຍູ້ການພັດທະນາແບບເປີດປະຕູ, ນຳພາການພັດທະນາດ້ວຍຫົວຄິດປະດິດສ້າງ, ປະຕິບັດການພັດທະນາແບບຊົມໃຊ້ຮ່ວມກັນ, ເພີ່ມພະລັງແຮງໃຫ້ແກ່ການຮ່ວມມືລະຫວ່າງບັນດາປະເທດບຣິກສ໌, ເຮັດໃຫ້ໝາກຜົນແຫ່ງການພັດທະນາສາມາດເຂົ້າເຖິງປະຊາຊົນທັງໝົດໃຫ້ຫຼາຍກວ່າເກົ່າແລະຍຸຕິທຳກວ່າເກົ່າ. 

     ເວທີປຶກສາຫາລືອຸດສາຫະກຳການຄ້າລະຫວ່າງບັນດາປະເທດບຣິກສ໌ປີ 2022 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງໃນວັນທີ 22 ມິຖຸນານີ້ຜ່ານທາງອອນລາຍແລະອອຟລາຍ. ທ່ານລາມາຟຊາ ປະທານາທິບໍດີອາຟຣິກາໃຕ້, ທ່ານໂບໂຊນາໂລ ປະທານາທິບໍດີບຣາຊີນ, ທ່ານວະລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍ, ທ່ານມໍຕີ ນາຍົກລັດຖະມົນຕີອິນເດຍໄດ້ໃຫ້ກຽດເຂົ້າຮ່ວມພິທີເປີດເວທີປຶກສາຫາລືດັ່ງກ່າວແລະກ່າວຄຳປາໄສ. ບັນດາລັດຖະມົນຕີເສດຖະກິດການຄ້າ ທູຕານຸທູດປະຈຳຈີນ ແລະຜູ້ຕາງໜ້າວົງການອຸດສາຫະກຳການຄ້າຈາກບັນດາປະເທດບຣິກສ໌ທັງໝົດປະມານ 1000 ທ່ານໄດ້ເຂົ້າຮ່ວມພິທີດັ່ງກ່າວ.

     ທ່ານຫູຊຸ່ນຮວາເປັນປະທານພິທີເປີດ.