ຈີນປະສົບຜົນສຳເລັດໃນການສົ່ງດາວທຽມທົດລອງ “ທຽນສິງ1”ຂຶ້ນສູ່ອະວະກາດ

2022-06-23 11:18:01 cri



ເວລາ 10 ໂມງ 8 ນາທີ ຂອງວັນທີ 22 ມິຖຸນານີ້ ຕາມເວລາປັກກິ່ງ, ຈີນໄດ້ນຳໃຊ້ຈະຫຼວດສົ່ງຍານ “ຄວ້າຍໂຈ່ວ1B” ສົ່ງດາວທຽມທົດລອງ “ທຽນສິງ1”ຂຶ້ນສູ່ອະວະກາດຈາກສູນສົ່ງດາວທຽມຈິວສວນ. ດາວທຽມດັ່ງກ່າວໄດ້ເຂົ້າສູ່ວົງໂຄຈອນຕາມທີ່ກຳນົດໄວ້ຢ່າງສະດວກ ເຊິ່ງສະແດງໃຫ້ເຫັນວ່າ ການສົ່ງດາວທຽມຂຶ້ນສູ່ອະວະກາດຄັ້ງນີ້ໄດ້ປະສົບຜົນສຳເລັດ ຢ່າງຈົບງາມ.

ດາວທຽມໜ່ວຍດັ່ງກ່າວຕົ້ນຕໍແມ່ນນຳໃຊ້ເຂົ້າໃນການທົດລອງການສຳຫຼວດສະພາບແວດລ້ອມອະວະກາດແລະອື່ນໆ.

ການສົ່ງດາວທຽມຄັ້ງນີ້ຖືວ່າເປັນການປະຕິບັດໜ້າທີ່ຄັ້ງທີ 15 ຂອງຈະຫຼວດສົ່ງຍານ“ຄວ້າຍໂຈ່ວ1B”.