ທ່ານສີຈິ້ນຜິງກ່າວວ່າ: ຄວນຊຸກຍູ້ຂະບວນການເປີດກວ້າງສະມາຊິກບຣິກສ໌ ໃຫ້ຄູ່ຮ່ວມທີ່ມີອຸດົມການອັນດຽວກັນເຂົ້າຮ່ວມຄອບຄົວບຣິກສ໌ໂດຍໄວ

2022-06-24 14:00:32 CRI


     ຕອນຄ່ຳວັນທີ 23 ມິຖຸນານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເປັນປະທານກອງປະຊຸມພົບປະລະຫວ່າງຜູ້ນຳບັນດາປະເທດບຣິກສ໌ຄັ້ງທີ 14 ຢູ່ນະຄອນຫຼວງປັກກິ່ງຜ່ານທາງວິດີໂອ.



     ທ່ານສີຈິ້ນຜິງຊີ້ໃຫ້ເຫັນວ່າ: “ບັນດາປະເທດບຣິກສ໌ບໍ່ແມ່ນສະໂມສອນທີ່ປິດປະຕູ, ແລະບໍ່ແມ່ນວົງນ້ອຍທີ່ປັດປ່າຍໃຜຜູ້ອື່ນ, ແຕ່ຫາກແມ່ນຄອບຄົວໃຫຍ່ທີ່ເອົາໃຈໃສ່ແລະຊ່ວຍເຫຼືອເຊິ່ງກັນແລະກັນ ແລະເປັນຄູ່ຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດທີ່ດີ. ໃນກອງປະຊຸມພົບປະທີ່ຈັດຂຶ້ນຢູ່ເມືອງເຊ້ຍເມິນໃນປີ 2017,  ຂ້າພະເຈົ້າໄດ້ສະເໜີແນວຄິດການຮ່ວມມື‘ບຣິກສ໌+’. ໃນ 5 ປີຜ່ານມານີ້, ຮູບແບບ‘ບຣິກສ໌+’ໄດ້ກ້າວລົງສູ່ລວງເລິກແລະໄດ້ຮັບການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ເຊິ່ງໄດ້ກາຍເປັນແບບຢ່າງທີ່ດີໃນການດຳເນີນ‘ການຮ່ວມມືໃຕ້ໆ’ລະຫວ່າງບັນດາປະເທດທີ່ເປັນຕະຫຼາດຈະເລີນໃໝ່ແລະບັນດາປະເທດພວມພັດທະນາ ພ້ອມທັງເປັນແບບຢ່າງທີ່ດີໃນການສ້າງຄວາມເຂັ້ມແຂງດ້ວຍຕົນເອງແບບຮ່ວມມືກັນ. ພາຍໃຕ້ສະຖານະການໃໝ່, ບັນດາປະເທດບຣິກສ໌ຍິ່ງຄວນເປີດປະຕູເພື່ອສະແຫວງຫາການພັດທະນາ ແລະ ອ້າແຂນຊຸກຍູ້ການຮ່ວມມື. ຄວນຊຸກຍູ້ຂະບວນການເປີດກວ້າງສະມາຊິກບຣິກສ໌, ໃຫ້ຄູ່ຮ່ວມທີ່ມີອຸດົມການອັນດຽວກັນເຂົ້າຮ່ວມຄອບຄົວບຣິກສ໌ໂດຍໄວເທົ່າທີ່ຈະໄວໄດ້.